ຍົກສູງທ່າໄດ້ປຽບໃນ ການແກ່ງແຍ້ງເຄື່ອງ ສິລະປະກຳຫວຽດນາມ ໃນຕະຫຼາດສາກົນ

ຍົກສູງທ່າໄດ້ປຽບໃນ ການແກ່ງແຍ້ງເຄື່ອງ ສິລະປະກຳຫວຽດນາມ ໃນຕະຫຼາດສາກົນ - ảnh 1
ຂະ​ແໜງຜະລິດ​ເຄື່ອງ​ສິລະ​ປະ​ກຳເອ້​ຢ້ອງຫີນ​ປະ​ເສີດ ​ແມ່ນ​ຂະ​ແໜງ​ການ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ (ພາບ : internet)


Vovworld- ກ່າວຄຳເຫັນທີ່ພິທີຕ້ອນຮັບຫຼຽນໄຊແຮງງານ ແລະ ເຊີດຊູ ບັນດາໝູ່ຄະນະ, ສ່ວນ​ບຸກຄົນ​ທີ່​ດີ​ເດັ່ນ​ເພື​ອ່ພາລະກິດ​ພັດທະນາ​ຂະ​ແໜງຜະລິດ​ເຄື່ອງ​ສິລະ​ປະ​ກຳເອ້​ຢ້ອງຫີນ​ປະ​ເສີດຫວຽດນາມ​ປີ 2012 ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/1 ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ເນັ້ນ​ໜັກ​ວ່າ ຂະ​ແໜງຜະລິດ​ເຄື່ອງ​ສິລະ​ປະ​ກຳເອ້​ຢ້ອງຫີນ​ປະ​ເສີດ ​ແມ່ນ​ຂະ​ແໜງ​ການ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ. ບັນດາ​ນາຍຊ່າງ​ໄດ້​ຜະລິດ​ຜະລິດ​ຕະພັນເຄື່ອງ​ສິລະ​ປະ​ກຳເອ້​ຢ້ອງຫີນ​ປະ​ເສີດຫຼາຍ​ຊະນິດ ອັນ​ໄດ້​ເຮັດ​ໃຫ້​ຊື່​ສຽງ​ຮຽງ​ນາມ​​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ​ດົງ​ດັງ​ໃນ​ຕະຫຼາດ​ສາກົນ. ນີ້​ແມ່ນ​ທ່າ​ໄດ້​ປຽບ​ເພື່ອ​ສາມາດ​ແກ່ງ​ແຍ້​ງ ຊຶ່ງ​ຄວນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ນຳ​ໃຊ້​ໃນ​ສະພາວະ​ເສດ​ຖະກິດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ເຊື່ອ​ໝັ້ນ​ວ່າ ບັນດາ​ແບບຢ່າງ​ດີ​ເດັ່ນ​ທີ່​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ພິທີ ຈະ​ເປັນ​ບັນດາ​ແກນສານ​ເພື່ອ​ຂະຫຍາຍ​ຂະ​ບວນການ​ວຽກ​ດີ​ຄົນ​ເດັ່ນ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແນ​ໃສ່ຜະລິດ​ອອກ​ບັນດາຜະລິດ​ຕະພັນທີ່​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ທ້ອງຕະຫຼາດປະຈຸ​ບັນ, ​ເຮັດ​ໄດ້​ເຊັ່ນ​ນັ້ນ, ຈຸດໝາຍ “ ຊາວ​ຫວຽດນາມ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ ” ຈຶ່ງ​ປະສົບ​ຜົນສຳ​ເລັດ.

 

 

ຂ່າວ/ບົດ​ອື່ນ