ຍົກສູງປະສິດທິຜົນການສອນ ແລະ ຮຽນພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
(ການສອນ ແລະ ຮຽນພາສາຫວຽດໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ)
(vovworld) – ກອງປະຊຸມສຳມະນາ “ສື່ສານກັບເລື່ອງຍົກສູງປະສິດທິຜົນການສອນ ແລະ ຮຽນພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ” ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງໃນຕອນເຊົ້າວັນທີ 22 ຕຸລາ, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນແທງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ບັນດາອົງການສື່ສານຢູ່ພາຍໃນປະເທດ ແລະ ຕ່າງປະເທດ ໄດ້ຕັ້ງໜ້າຊ່ວຍເຫຼືອປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮັກສາພາສາຫວຽດ, ຮັກສາສີສັນວັດທະນະທຳຂອງຊາດ ມຸ່ງໄປສູ່ບ້ານເກີດເມືອງນອນ; ພ້ອມທັງໂຄສະນາວັດທະນະທຳ, ພາບພົດປະເທດຊາດ ແລະ ຊາວຫວຽດນາມ... ເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ. ບັນດາອົງການສື່ສານໄດ້ປະຕິບັດບົດບາດເປັນຂົວເຊື່ອມຕໍ່ໃນການຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳຂອງຊາດ, ກໍ່ຄືພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນຢ່າງດີ. ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນແທງຮັ່ງ, ສະມາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ ຍົກຄຳເຫັນວ່າ.
“ຊາວຫວຽດນາມ ອາໄສຢູ່ຝລັ່ງ ຮໍ່າຮຽນພາສາຫວຽດ ປາດຖະໜາຢາກມີບັນດາຂໍ້ມູນມາດຖານກ່ຽວກັບພາສາຫວຽດ. ຖ້າຫາກຫວຽດນາມ ຮຽບຮຽງ “ຊຸດປື້ມພາສາຫວຽດນາມ ເຂົ້າໃຈງ່າຍ”, ໝາຍຄວາມວ່າໃຊ້ສັບທົ່ວໄປເພື່ອອະທິບາຍບັນຫາວັດທະນະທຳ, ປະຫວັດສາດ, ພາສາຫວຽດນາມ ບັນດາຜູ້ຮຽນພາສາຫວຽດ ຈຶ່ງສາມາດນຳໃຊ້ຊຸດປື້ມນີ້ໄດ້”.