(vovworld) – ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຫາກໍ່ມີຄຳເຫັນຊີ້ນຳເພື່ອຍົກສູງປະສິດທິຜົນການຮ່ວມມືລະຫວ່າງຫວຽດນາມ ກັບບັນດານັກອຸປະຖຳ ODA ແລະ ແຫຼ່ງທຶນກູ້ຢື່ມພິເສດໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສ້າງບົດລາຍງານລົງເລິກກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ໃນນັ້ນສຸມໃສ່ກຳນົດບັນດາດ້ານຈຳກັດ, ຊີ້ອອກບັນດາຂະແໜງ, ຂົງເຂດຕ້ອງປະຕິຮູບ ແລະ ມາດຕະການປັບປຸງ ເພື່ອແນໃສ່ປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ ກວ່າອີກ, ແນໃສ່ບັນລຸໃຫ້ໄດ້ມາດຖານຂອງອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ບັນດາອົງການຄຸ້ມຄອງຕ້ອງຊາບຊືມເພື່ອປະຕິບັດການປະຢັດໃນການນຳໃຊ້ແຫຼ່ງທຶນ ODA ແລະ ທຶນກູ້ຢືມຂອງບັນດານັກອຸປະຖຳ, ພິເສດແມ່ນສຳລັບການເຄື່ອນໄຫວໜູນຊ່ວຍດ້ານເຕັກນິກ;ໃຫ້ບຸລິມະສິດແຫຼ່ງທຶນແກ່ພາກສ່ວນລົງທຶນຂອງລາຍການ, ໂຄງການ.
ຕາມບົດລາຍງານຂອງຫ້ອງວ່າການຄະນະຊີ້ນຳນຳພາແຫ່ງຊາດກ່ຽວກັບ ODA ແລະ ທຶນກູ້ຢືມ, ວຽກງານຂົນຂວາຍ ແລະ ດຶງດູດແຫຼ່ງທຶນ ODA ແລະ ທຶນກູ້ຢືມພິເສດ, ຍອດທຶນ ODA ແລະ ທຶນກູ້ຢືມພິເສດທີ່ໄດ້ລົງນາມໃນປີ 2014 ບັນລຸເກືອບ 4,4 ຕື້ USD. ການປ່ອຍແຫຼ່ງທຶນ ODA ແລະ ທຶນກູ້ຢືມພິເສດໃນປີ 2014 ບັນລຸປະມານ 5,6 ຕື້ USD. ບັນດານັກອຸປະຖຳໃຫຍ່ ຍັງຄົງສືບຕໍ່ຮັກສາລະດັບປ່ອຍເງິນສູງໃຫ້ຫວຽດນາມຄື: ຍີ່ປຸ່ນ, ທະນາຄານໂລກ, ທະນາຄານພັດທະນາອາຊີ.