ຍົກສູງປະສິດທິຜົນການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດໃນສະພາບການໃໝ່

(VOVWORLD) - ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ສະເໜີໃຫ້ກຳມາທິການຕ້ອງຍົກສູງຄຸນນະພາບເນື້ອໃນວຽກງານພົວພັນຕ່າງປະເທດ
ຍົກສູງປະສິດທິຜົນການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດໃນສະພາບການໃໝ່ - ảnh 1 ກອງປະຊຸມຄົບຄະນະ
(ພາບ: quochoi.vn)

        ກອງປະຊຸມຄົບຄະນະຄັ້ງທີ 5 ຂອງກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຈັດຂຶ້ນໃນຕອນບ່າຍວັນທີ 20 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທີ່ຮ່າໂນ້ຍ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ສະເໜີໃຫ້ກຳມາທິການຕ້ອງຍົກສູງຄຸນນະພາບເນື້ອໃນວຽກງານພົວພັນຕ່າງປະເທດ; ເປັນເຈົ້າການສ້າງແຜນຮ່າງ, ໃບສະເໜີ, ແຜນການທີ່ໄດ້ອະນຸມັດໂດຍໄວ. ກ່ຽວກັບໜ້າທີ່ 6 ເດືອນທ້າຍປີ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທງເໝີນ ສະເໜີໃຫ້ກຳມາທິການສຸມໃສ່ຜັນຂະຫຍາຍແຜນຮ່າງກຳນົດທິດການເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ XV ແລະ ຮອດປີ 2030 ຂອງຄະນະຮັບຜິດຊອບວຽກງານພັກສະພາແຫ່ງຊາດ, ແຜນຮ່າງຖະແຫຼງຂ່າວໃຫ້ຕ່າງປະເທດອາຍຸການສະພາແຫ່ງຊາດຊຸດທີ XV. ພິເສດ, ກຳມາທິການການຕ່າງປະເທດສຸມໃສ່ເປັນຢ່າງສູງເພື່ອກະກຽມໃຫ້ແກ່ກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ໂດຍ ຫວຽດນາມ ສົມທົບກັນສະຫະພັນລັດຖະສະພາສາກົນ ຈັດຂຶ້ນຢູ່ ຮ່າໂນ້ຍ ໃນເດືອນ ກັນຍາ ຈະມາເຖິງຢ່າງລອບຄອບທີ່ຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ