ຍົກສູງລະດັບ,ທັກສະດ້ານອາຊີບໃຫ້ແຮງງານຫວຽດນາມໃນສະພາບການເຊື່ອມໂຍງເຂົ້າກັບສາກົນ
(ທ່ານ ດ່າວງ້ອກຢຸງ ລັດຖະມົນຕີກະຊວງ
ແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ)
(vovworld) - ຕອນຄ່ຳວັນທີ 30/05, ຢູ່ຮ່າໂນ້ຍ, ການເສັງສີມືແຮງງານແຫ່ງຊາດປີ 2016 ໄດ້ອັດລົງ. ເຂົ້າຮ່ວມມີທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. ກ່າວຄຳເຫັນນະທີ່ນີ້, ທ່ານ ດ່າວງ້ອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ: ການເສັງແມ່ນໂອກາດເພື່ອຊຸກຍູ້ຂະບວນການສອນ ແລະ ຮຽນວິຊາຊີບ, ຊອກຫາບັນດາຮູບການກໍ່ສ້າງ, ຫຼໍ່ຫຼອມໃຫ້ຊາວຜູ້ອອກແຮງງານມີສີມືແຮງງານສູງຢ່າງທັນສະໄໝ ແລະ ມີປະສິດທິຜົນ, ປະກອບສ່ວນປະຕິບັດຈຸດໝາຍຍຸດທະສາດພັດທະນາການສອນວິຊາຊີບ 2011 – 2020 ໃຫ້ປະສົບຜົນເປັນຈິງ. ການເຊື່ອມໂຍງເຂົ້າກັນເສດຖະກິດສາກົນພວມດຳເນີນໄປນັບມື້ນັບເລິກເຊິ່ງກ້ວາງຂວາງ, ບໍ່ພຽງແຕ່ນຳມາໃຫ້ກາລະໂອກາດເທົ່ານັ້ນ ຫາກຍັງສ້າງສິ່ງທ້າທາຍຫລາຍຢ່າງ ສຳລັບກຳລັງແຮງງານ ຫວຽດນາມ ອີກດ້ວຍ. ທ່ານ ດ່າວງ້ອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຖືວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ: ຜົນສຳເລັດຂອງການເສັງຈະສືບຕໍ່ແຜ່ຂະຫຍາຍ ແລະ ມີຜົນສພທ້ອນບໍ່ພຽງແຕ່ເຖິງຂະບວນການຮຽນ, ການສອນວິຊາຊີບໃນທົ່ວປະເທດເທົ່ານັ້ນ ຫາກຍັງສຳລັບພາລະກິດພັດທະນາຊັບພະຍາກອນມະນຸດແຫ່ງຊາດອີກດ້ວຍ. ເນື່ອງໃນໂອກາດນີ້ ຕາງໜ້າກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ຂ້າພະເຈົ້າຂໍຍ້ອງຍໍບັນດານັກສອບເສັງທີ່ບັນລຸໄດ້ລາງວັນສູງໃນການເສັງ ແລະ ເຊື່ອໝັ້ນວ່າ ດ້ວຍທັກສະ ແລະ ສີມືແຮງງານທີ່ມີຢູ່ແລ້ວ, ບັນດານັກສອບເສັງຈະມານະພະຍາຍາມຫຼໍ່ຫຼອມສະສົມບົດຮຽນ. ຜ່ານນັ້ນ ສາມາດຢືນຢັນວ່າ ພວກເຮົາມີຄວາມສາມາດເຊື່ອມໂຍງເຂົ້າກັບຕະຫລາດແຮງງານໃນພາກພື້ນ ແລະ ສາກົນໄດ້ຢ່າງສິ້ນເຊີງ”