(vovworld) – ວັນທີ 14/4, ຢູ່ນະຄອນ ຍາຈາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ຈັດຕັ້ງກອງປະຊຸມຝຶກອົບຮົມໂຄສະນາເຜິຍແຜ່, ຜັນຂະຫຍາຍປະຕິບັດລັດຖະທຳມະນູນປີ 2013, ໃຫ້ນັກຂ່າວ, ບັນນາທິການຂອງບັນດາອົງການສື່ມວນຊົນ ແລະ ພະນັກງານບັນດາພະແນກຖະແຫຼງຂ່າວ ແລະ ສື່ສານຂອງແຂວງດ ນະຄອນທາງພາກໃຕ້. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນບັກຊອນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຊີ້ແຈ້ງຄວາມໝາຍ, ຄຸນຄ່າຂອງລັດຖະທຳມະນູນ ສສ ຫວຽດນາມ ປີ 2013, ຊິ່ງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສະໄໝສາມັນຄັ້ງທີ 6 ສະພາແຫ່ງຊາດຊຸດທີ 13 ແລະ ມີຜົນສັກສິດນັບແຕ່ວັນທີ 1/1/2014 ເປັນຕົ້ນໄປ. ທ່ານລັດຖະມົນຕີ ຫງວຽນບັກຊອນ ເນັ້ນໜັກບັນດາອົງການສື່ມວນຊົນຕ້ອງສ້າງແຜນການໂຄສະນາເຜີຍແຜ່, ເປີດລາຍການ, ຄໍລຳ, ປະກອບສ່ວນນຳເນື້ອໃນລັດຖະທຳມະນູນເຂົ້າສູ່ຊີວິດສັງຄົມ, ຕິດພັນກັນໂຄສະນາລັດຖະທຳມະນູນ ດ້ວຍການຂົນຂວາຍຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ.
ທີ່ກອງປະຊຸມ, ນອກຈາກເລື່ອງໂຄສະນາ, ເຜີຍແຜ່ບັນດາເນື້ອໃນພື້ນຖານຂອງລັດຖະທຳມະນູນປີ 2013, ທ່ານສາດສະດາຈານ, ດຣ ເຈີ່ນງອກເດື່ອງ, ນັກຊ່ຽວຊານຂັ້ນສູງຂອງສະພາແຫ່ງຊາດ, ຜູ້ປະຈຳການຄະນະປັບປຸງລັດຖະທຳມະນູນໄດ້ແນະນຳ, ໄຈ້ແຍກບັນດາຈຸດໃໝ່ທີ່ໄດ້ຮັບການປັບປຸງ, ເພີ່ມເຕີມໃນລັດຖະທຳມະນູນ. ໃນນັ້ນ, ລັດຖະທຳມະນູນປີ 2013 ໄດ້ເຊີດຊູສິດອຳນາດຂອງລັດຂຶ້ນກັບປະຊາຊົນ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງໄດ້ຮັບການສ້າງຂຶ້ນຢ່າງຄົບຖ້ວນ, ເປັນເອກະພາບກັນ ແລະ ສອດຄ່ອງກັບສົນທິສັນຍາສາກົນ.