(vovworld) - ກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາໂລກ (G7) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 26/05, ຢູ່ແຫຼມ Ise Shima, ທາງພາກກາງປະເທດຍີ່ປຸ່ນ. ບັນດາການນຳເຂົ້າຮ່ວມກອງປະຊຸມລວມມີ: ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ທ່ານປະທານາທິບໍດີຝລັ່ງ Francois Hollande, ທ່ານປະທານາທິບໍດີອາເມລິກາ Barack Obama, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel, ທ່ານນາຍົກລັດຖະມົນຕີອັງກິດ David Cameron, ທ່ານນາຍົກລັດຖະມົນຕີອີຕາລີ Matteo Renzi, ທ່ານນາຍົກລັດຖະມົນຕີການາດາ Justin Truderau ພ້ອມກັບປະທານສະພາເອີລົບ Donald Tusk ແລະ ປະທານຄະນະກຳມະການເອີລົບ Jean Claude Juncker. ນີ້ແມ່ນກອງປະຊຸມສຸດຍອດ G7 ຄັ້ງທຳອິດທີ່ໄດ້ຮັບການຈັດຕັ້ງຢູ່ອາຊີ ໃນຮອບເວລາ 8 ປີຜ່ານມາ. ທີ່ກອງປະຊຸມຄັ້ງນີ້, ບັນດາການນຳແຖວໜ້າໃນໂລກ ຈະຍົກອອກບັນດາມາດຕະການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນຢ່າງມີປະສິດທິຜົນ.
ໃນວາລະປຶກສາຫາລືຕອນເຊົ້າວັນທີ 26/05, ບັນດາການນຳ G7 ໄດ້ແລກປ່ຽນກ່ຽວກັບບັນດາບັນຫາເສດຖະກິດທົ່ວໂລກ, ເປັນເອກະພາບ ແລະ ຄຸນຄ່າຂອງ G7. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຖືວ່າ, ບັນດາປະເທດ G7 ຕ້ອງເຫັນດີເປັນເອກະພາບປະກາດໃຊ້ບັນດານະໂຍບາຍດ້ານການເງິນ ແລະ ເງິນຕາເພື່ອສະກັດກັ້ນທ່າອ່ຽງຊັກຊ້າຂອງເສດຖະກິດທົ່ວໂລກ. ທີ່ບັນດາວາລະປຶກສາຫາລືໃນວັນທີ 26/05, ບັນດາການນຳ G7 ສືບຕໍ່ແລກປ່ຽນບັນດາບັນຫາສຳຄັນທີ່ສົ່ງຜົນສະທ້ອນໂດຍກົງເຖິງຫຼາຍປະເທດສະມາຊິກ, ໃນນັ້ນມີເລື່ອງຮັບຮອງເອົາສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟິກ (TPP) ໂດຍໄວ, ຮັບປະກັນຄວາມປອດໄພໃນການເດີນທະເລ, ຕ້ານລັດທິກໍ່ການຮ້າຍ. ໃນມື້ເຮັດວຽກທີ 2, ບັນດາການນຳຂອງ 7 ປະເທດລວມມີ: ອິນໂດເນເຊຍ, ຫວຽດນາມ, ບັງກະລາເທດ, Papua New Guinea, ລາວ, ສີລັງກາ, Chad ພ້ອມກັບການນຳບັນດາລະບອບລະບຽບການທົ່ວໂລກຄື ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB) ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD)… ຈະເຂົ້າຮ່ວມກອງປະຊຸມ G7 ເປີດກວ້າງ. ຄາດວ່າ, ບັນຫາປ້ອງກັນຄວາມສະຫງົບໃນການເດີນທະເລຈະແມ່ນເນື້ອໃນປຶກສາຫາລືສຳຄັນທີ່ກອງປະຊຸມ G7 ເປີດກວ້າງດ້ວຍຫົວຂໍ້ “ສະຖຽນລະພາບ ແລະ ຄວາມວັດທະນາຖາວອນອາຊີ”.