ຍົກຮ່າງລັດຖະບັນຍັດພົນທະຫານອາຊີບແລະກຳມະກອນ,ພາລະກອນປ້ອງກັນປະເທດຂຶ້ນເປັນກົດໝາຍ

ຍົກຮ່າງລັດຖະບັນຍັດພົນທະຫານອາຊີບແລະກຳມະກອນ,ພາລະກອນປ້ອງກັນປະເທດຂຶ້ນເປັນກົດໝາຍ - ảnh 1
ທ່ານພົນໂທ ໂດບ໋າຕີ້ ກ່າວຄຳເຫັນທີ ວາລະ​ປະຊຸມ​ເທື່ອ​ທີ 40
(ພາບ: ND)

(vovworld)- ວັນ​ທີ 13/8, ສືບ​ຕໍ່​ລາຍການ​ເຮັດ​ວຽກ, ວາລະ​ປະຊຸມ​ເທື່ອ​ທີ 40, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ຮ່າງ​ລັດຖະບັນຍັດ​ພົນທະຫານອາຊີບ ​ແລະ ກຳມະກອນ, ພາລະ​ກອນ​ປ້ອງ​ກັນປະ​ເທດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ສະ​ເໜີ ​ຍົກ​ຮ່າງ​ລັດຖະບັນຍັດ​​ເປັນ​​ກົດໝາຍ ​ແລະ ຂໍ້​ເພີ່ມ​ເຕີມ​ເຂົ້າ​​ລາຍການ​ກອງ​ປະຊຸມ​ສະ​ໄໝ​ສະມັນ​ເດືອນ 10 ທີ່​ມາ​ເຖິງ ​ແລະ ​ຮັບຮອງ​ເອົາຢູ່ກອງ​ປະຊຸມ​ສະ​ໄໝ​ສະມັນ​​ໃດ​ໜຶ່ງ. ຜ່ານ​ການ​ປຶກສາ​ຫາລື, ຄວາມ​ເຫັນ​ຫລາຍ​ຢ່າງ​ຖື​ວ່າ: ບັນດາ​ຂໍ້​ກຳນົດ​ໃນ​ລັດຖະບັນຍັດ​ຕ້ອງ​ຫັນ​ທັດສະນະ​​, ນະ​ໂຍບາຍ​ຂອງ​ພັກ, ​ໃຫ້ເປັນລະບອບ​​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ກໍ່ສ້າງ​ແຕ່​ລະກຳ​ລັງ ​ແລະ ​ເໝາະ​ສົມ​ກັບ​ກົນ​ໄກ​ຄຸ້ມ​ຄອງ​ໄໝ່​ໃນ​ປະຈຸ​ບັນ.

        ​ແລະ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄວາມ​ເຫັນ​ກ່ຽວກັບບັນດາ​ບັນຫາ​ໃຫຍ່ ​​ທີ່ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ປະມວນ​ກົດໝາຍ​ດຳ​ເນີນ​ຄະດີ​ອາຍາ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍ​ດຳ​ເນີນ​ຄະດີ​ບໍລິຫານ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ