(ຍຸດທະສາດພັດທະນາວິທະຍຸກະຈາຍສຽງໃນໄລຍະໃໝ່)
(vovworld) - ວັນທີ 31/07, ໃນຂອບເຂດກອງປະຊຸມວິທະຍຸກະຈາຍສຽງອາຊີ, ໄດ້ດຳເນີນບັນດາວາລະປະຊຸມສຸດທ້າຍດ້ວຍຫົວຂໍ້ກ່ຽວກັບສື່ສານເປັນທາງການ ແລະ ບັນດານັກຂ່າວພົນລະເມືອງ ກໍ່ຄືບັນຫາໂຄສະນາທາງວິທະຍຸກະຈາຍສຽງ. ກ່ອນໜ້ານັ້ນ, ຕອນບ່າຍວັນທີ 30/07, ວາລະປະຊຸມ 2 ຄັ້ງໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນແມ່ນ ວາລະປະຊຸມກຳນົດຍຸດທະສາດລວມໃຫ້ແກ່ວິທະຍຸກະຈາຍສຽງໃນສັງກາດໃໝ່ ແລະ ກາລະໂອກາດພັດທະນາຂອງວິທະຍຸກະຈາຍສຽງປະຊາຄົມຍຸກສະໄໝວິທະຍຸກະຈາຍສຽງດີຈີຕອນ. ບັນດາຜູ້ແທນໄດ້ເຫັນດີວ່າ ວິທະຍຸກະຈາຍສຽງແຕ່ລະແຫ່ງລ້ວນແຕ່ມີຍຸດທະສາດສະເພາະເພື່ອພັດທະນາ ແຕ່ເບິ່ງລວມແລ້ວມີ 4 ຂົງເຂດຈຸດສຸມນັ້ນແມ່ນ; ຍົກສູງຄຸນນະພາບດ້ານເນື້ອໃນ, ເພີ່ມທະວີລັກສະນະກົງໄປກົງມາກັບຜູ້ຟັງ ຜ່ານພາຫະນະສື່ສານ, ສ້າງຄວາມດຶງດູດດ້ວຍການຕິດຕໍ່ພົວພັນລະຫວ່າງຜູ້ຟັງກັບຜູ້ມີຊື່ສຽງ ແລະ ບັນດານະໂຍບາຍຄຸມຄອງຊຸກຍູ້ໃຫ້ມີຫົວຄິດປະດິດສ້າງ.