ຍີ່ປຸ່ນກະຕຸກຊຸກຍູ້ຈີນສ້າງໂທລະສັບສາຍດ່ວນປ້ອງກັນປະເທດໂດຍໄວ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Itsunori Onodera
(ພາບ: dantri.com.vn)
(vovworld) - ກ່າວຄຳເຫັນທີ່ການປະຊຸມຂ່າວກັບບັນດາຄູ່ຕຳແໜ່ງຂອງຝຣັ່ງຢູ່ນະຄອນຫຼວງ ປາຣີ ເມື່ອວັນທີ 9/1, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Itsunori Onodera ແລະ ລັດຖະມົນຕີການຕ່າງປະເທດ ປະເທດນີ້ Fumio Kishida ເນັ້ນໜັກວ່າ: ຈຸດໝາຍໜຶ່ງດຽວຂອງ ໂຕກຽວ ແມ່ນສ້າງພື້ນຖານສັນຕິພາບອັນຍາວນານຢູ່ ອາຊີ - ປາຊີຟິກ.
ລັດຖະມົນຕີກະຊວງປ້ອງກັນປະເທດ Onodera ຊີ້ແຈ້ງວ່າ ຍີ່ປຸ່ນ ແລະ ຈີນ ຄວນສ້າງໂທລະສັບສາຍດ່ວນເພື່ອໂອ້ລົມສົນທະນາແນໃສ່ແກ້ໄຂບັນດາຄວາມບໍ່ລົງລອນກັນໃນທະເລ ຮວາຕູງ. ຕາມທ່ານ Onodera ແລ້ວ, ເຖິງວ່າການພົວພັນກັບ ຈີນ ພວມເຄັ່ງຕຶງກໍ່ຕາມແຕ່ຍາມໃດ ໂຕກຽວ ກໍ່ຖື ປັກກີ່ງ ແມ່ນຄູ່ຮ່ວມມືບ້ານໃກ້ເຮືອນຄຽງທີ່ສຳຄັນ. ດັ່ງນັ້ນ, 2 ຝ່າຍຕ້ອງດຳເນີນການໂອ້ລົມສົນທະນາຄືນໃໝ່.