ມົດສະກູ ເອີ້ນວ່າ ໝູ່ເກາະ Kuril ໃຕ້ ແຕ່ໂຕກຽວ ກໍ່ຖະແຫຼງປະກາດອະທິປະໄຕ ແລະ ເອີ້ນວ່າເຂດດິນແດນທາງພາກເໜືອ
(ພາບ: Sputnik)
|
(vovworld) – ລັດຖະບານ ຍີ່ປຸ່ນ ພວມພິຈາລະນາຮັບປະກັນກັບລັດເຊຍວ່າ ເລື່ອງ ມົດສະກູ ສົ່ງຄືນເກາະ 4 ແຫ່ງທີ່ພວມມີການຂັດແຍ້ງໃຫ້ ໂຕກຽວ ຈະບໍ່ພາໄປເຖິງເລື່ອງ ອາເມລິກາ ຕັ້ງທັບຢູ່ບັນດາເກາະແຫ່ງນີ້ຕາມຂໍ້ຕົກລົງດ້ານປ້ອງກັນຄວາມສະຫງົບ ຍີ່ປຸ່ນ - ອາເມລິກາ. ຕາມແຫຼ່ງຂ່າວທາງການທູດເມື່ອວັນທີ 29/10 ແລ້ວ, ລັດເຊຍ ໄດ້ຢັ້ງຢືນກັບ ຍີ່ປຸ່ນວ່າ ເຂົາເຈົ້າເຄົາລົບຖະແຫຼງການຮ່ວມ ຍີ່ປຸ່ນ - ໂຊວຽດ ເມື່ອປີ 1956, ໃນນັ້ນໄດ້ຊີ້ແຈ້ງ ມົດສະກູ ຈະສົ່ງຄືນເກາະນ້ອຍ Shikotan ແລະ ເກາະ Habomai ພາຍຫຼັງສົນທິສັນຍາສັນຕິພາບທີ່ໄດ້ລົງນາມກັບ ໂຕກຽວ. ແຕ່ເຖິງຢ່າງໃດກໍ່ຕາມ, ລັດເຊຍ ໄດ້ສະແດງຄວາມວິຕົກວັງວົນວ່າ ກອງທັບ ອາເມລິກາ ສາມາດຕັ້ງທັບໃນບັນດາເກາະດັ່ງກ່າວ, ໂດຍອີງໃສ່ມາດຕາ 5 ໃນສົນທິສັນຍາສັນຕິພາບ ຍີ່ປຸ່ນ - ອາເມລິກາ. ປະຈຸບັນ, ໂຕກຽວ ພວມຕີລາຄາບັນດາຜົນສະທ້ອນຂອງເລື່ອງນຳໃຊ້ມາດຕາ 5 ສຳລັບໝູ່ເກາະ 2 ແຫ່ງດັ່ງກ່າວ ຫຼື ອາດຈະນັບທັງເກາະ 4 ແຫ່ງທີ່ພວມມີການຂັດແຍ້ງກັນ. ຍີ່ປຸ່ນເຊື່ອໝັ້ນວ່າ, ຄຳໝັ້ນສັນຍາຄືດັ່ງກ່າວກັບ ລັດເຊຍ ຈະຊຸກຍູ້ວິວັດທະນາການເຈລະຈາກ່ຽວກັບການຂັດແຍ້ງລະຫວ່າງ 2 ປະເທດກ່ຽວຂ້ອງເຖິງເກາະ 4 ແຫ່ງເຊິ່ງລວມມີ: Shikotan, Habomai, Etorofu ແລະ Kunasshiri ຊຶ່ງ ມົດສະກູ ພວມຄວບຄຸມດ້ວຍຊື່ວ່າ ໝູ່ເກາະ Kuril ໃຕ້ ແຕ່ໂຕກຽວ ກໍ່ຖະແຫຼງປະກາດອະທິປະໄຕ ແລະ ເອີ້ນວ່າເຂດດິນແດນທາງພາກເໜືອ.