ກອງປະຊຸມລະຫວ່າງ 3 ປະເທດໃນປີ 2015
(ພາບປະກອບຈາກ: Yonhap)
|
(vovworld) – ວັນທີ 29/10, ທີ່ກອງປະຊຸມ 3 ຝ່າຍຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ບັນດາລັດຖະມົນຕີກະຊວງການຄ້າຂອງ ຍີ່ປຸ່ນ, ຈີນ ແລະ ສ. ເກົາຫຼີ ໄດ້ເຫັນດີເປັນເອກະສັນຈະຮ່ວມມືກັນເພື່ອຊຸກຍູ້ການຄ້າ ແລະ ການລົງທຶນທົ່ວໂລກ. ໃນຖະແຫຼງການຮ່ວມ, 3 ປະເທດ ອາຊີ ໄດ້ຢັ້ງຢືນຄືນໃໝ່ຄວາມຈຳເປັນຕ້ອງຮັບມືກັບບັນດາການເຄື່ອນໄຫວອາລັກຂາອຸດສາຫະກຳ ແລະ ໃຫ້ຄຳໝັ້ນສັນຍາສວມບົດບາດນຳໜ້າໃນການປະຕິບັດບັນດາຂໍ້ກຳນົດຂັ້ນສູງ ແລະ ຮອບດ້ານໃນຂໍ້ຕົກລົງການຄ້າ 3 ຝ່າຍທີ່ເຂົາເຈົ້າພວມເດີນຕາມ ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ນີ້ແມ່ນຂໍ້ຕົກລົງການຄ້າທີ່ມັກໃຫຍ່ໄຝ່ສູງ ເຊິ່ງຍີ່ປຸ່ນ, ຈີນ, ສ. ເກົາຫຼີ, 10 ປະເທດສະມາຊິກ ອາຊຽນ, ອົດສະຕາລີ, ອິນເດຍ ແລະ ນິວຊີແລນ ພວມປຶກສາຫາລື.
RCEP ວາງຈຸດໝາຍສ້າງຕັ້ງຂອບເຂດໂດຍອີງໃສ່ບັນດາຂໍ້ຕົກລົງການຄ້າ ແລະ ການລົງທຶນໃນພາກພື້ນ, ພ້ອມທັງສົ່ງເສີມບັນດາປະເທດເຂົ້າຮ່ວມເພື່ອຊຸກຍູ້ເສດຖະກິດ ແລະ ແກ້ໄຂບັນດາບັນຫາ.