ຍີ່ປຸ່ນ,ຈີນເຫັນດີເປັນເອກະສັນຊຸກຍູ້ການພົວພັນ2ຝ່າຍ

ຍີ່ປຸ່ນ,ຈີນເຫັນດີເປັນເອກະສັນຊຸກຍູ້ການພົວພັນ2ຝ່າຍ - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 5/6, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ Taro Aso ໄດ້​ເຈ​ລະ​ຈາ​ກັບ​ຄູ່​ຕຳ​ແໜ່ງ ຈີນ ຈາງ​ກາວ​ລີ ຢູ່​ປັກ​ກິ່ງ, ຕາມນັ້ນ​ແລ້ວ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ ເພື່ອ​ແນ​ໃສ່ປັບ​ປຸງ​ການ​ພົວ​ພັນ​ທີ່​ຖືກແຕກ​ແຫງ​ຍ້ອນ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຜືນ​ແຜ່ນ​ດິນ ແລະ ປະ​ຫ​ວັດ​ສາດ​ໄລ​ຍະ​ສົງ​ຄາມ. ຕອບ​ສຳ​ພາດ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Taro Aso ຢັ້ງ​ຢືນ: 2 ປະ​ເທດ​ຈະ​ຮັກ​ສາ​ການ​ໂອ້​ລົມ​ສົນ​ທະ​ນາໃນ​ລະ​ດັບ​ຕ່າງໆ ແລະ ເພີ່​ມ​ທະ​ວີ​ການ​ພົວ​ພັນ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ. ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຈາງ​ກາວ​ລີ  ສະ​ແດງ​ຄວາມ​ຫວັງສ້າງ​ການ​ພົວ​ພັນ ຍີ່​ປຸ່ນ - ຈີນ ເປັນ​ປົກ​ກ​ະ​ຕິ. ຈີນ ຮຽກ​ຮ້ອງ​ໃຫ້ ຍີ່​ປຸ່ນ ຮັບ​ຮູ້​ປະ​ຫວັດ​ສາດ​ຢ່າງ​ກົງ​ໄປ​ກົງ​ມາ, ຄວບ​ຄຸມ​ບັນ​ດາ​ຄວາມ​ສ່ຽງ ແລະ ​ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ກັບ​ຈີນ.


ຂ່າວ/ບົດ​ອື່ນ