ຍີ່ປຸ່ນມີຄວາມວິຕົກວັງວົນກ່ຽວກັບການຂັດແຍ້ງເຂດນຳ້ແດນດິນລະຫວ່າງຈີນກັບປະເທດອື່ນໆ

ຍີ່ປຸ່ນມີຄວາມວິຕົກວັງວົນກ່ຽວກັບການຂັດແຍ້ງເຂດນຳ້ແດນດິນລະຫວ່າງຈີນກັບປະເທດອື່ນໆ - ảnh 1
ທ່ານ Korro Bessho
(ພາບ: Yonhap)

(vovworld) – ຍີ່​ປຸ່ນ ມີ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ຂັດ​ແຍ້​ງ​​ເຂດ​ນຳ້​ແດນ​ດິນລະຫວ່າງ​ຈີນ​ກັບປະ​ເທດ​ອື່ນໆ - ນີ້​ແມ່ນຄຳ​ກ່າວ​ປະ​ໄສ​ໃນ​ວັນ​ທີ 1/7 ຂອງ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ສປຊ ທ່ານ Korro Bessho, ​ເຊິ່​ງ​ແມ່ນ​ປະ​ເທດ​​ໄດ້​ຮັບ​ໜ້າ​ທີ່ເປັນ​ປະທານໝູ​ນວຽນ​ ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ຢ່າງ​ເປັນ​ທາງ​ການໃນ​ເດືອນ 7 ນີ້​. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ທ່ີ​ສຳນັກງານ ສປຊ ປະຈຳ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ທ່ານ​ເອກອັກຄະ​ລັດຖະທູດ Korro Bessho ​ເນັ້ນ​ໜັກ​ວ່າ: ສະພາ​ຄວາມ​ໝັ້ນຄົງ ສປຊ ຈະນຳ​ບັນ​ຫາ​ນີ້​ເຂົ້າ​ໂຄງການ​ດຳ​ເນີນ​ງານ​ຂອງ​ອົງການ ຖ້າ​ຫາກ​ໄດ້​ຮັບ​ຄຳ​ສະ​ເໜີ​ຈາກ 15 ປະ​ເທດ​ສະມາຊິກ, ຊ້ຳ​ບໍ່​ໜຳ​ນັບ​ທັງ​​ປະ​ເທດ​ສະມາຊິກ​ອື່ນໆ​ຂອງ ສປຊ. ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ສປຊ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ດັ່ງກ່າວ​ໃນສະພາບ​ການ​​ໄລຍະ​ຈະ​ມາ​ເຖິງ, ສານ​ກຳມະການ​ປະຈຳ ສປຊ (PCA) ຢູ່ ລາ​ໄຮ, ປະ​ເທດ ​ໂຮ​ນລັງ ຈະ​ປະກາດ​ຄຳ​ຕັດສິນ​ກ່ຽວ​ກັບ​ເຫດການ ຟີ​ລິບ​ປິນ ຟ້ອງ​ຮ້ອງ ຈີນ ມີ​ສ່ວນກ່ຽວຂ້ອງ​ເຖິງ​ບັນດາ​ຖະ​ແຫຼ​ງປະກາດ​ອະທິປະ​ໄຕ​​ແບບໄຮ້​ເຫດຜົນ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ.



ຂ່າວ/ບົດ​ອື່ນ