ຍີ່ປຸ່ນສະເຫລີມສະຫລອງ70ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ2
ພະເຈົ້າຈັດກະພັດຍີ່ປຸ່ນ ແລະພະລາຊານີ ວາງພວງມາລາທີ່ພິທີສະເຫລີມສະຫລອງວັນສິ້ນສຸດສົງຄາມໂລກຄັ້ງທີ 2
ພາບ:TTXVN
|
(vovworld)- ພິທີສະເຫລີມສະຫລອງ 70 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2 ໄດ້ດຳເນີນໃນວັນທີ 15/8 ໂດຍມີການເຂົ້າຮ່ວມຂອງພະເຈົ້າຈັກກະພັດຍີ່ປຸ່ນ Akihito, ພະລາຊານີ Michiko, ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ເຈົ້າຫນ້າທີ່ຂັ້ນສູງຫລາຍທ່ານ ພ້ອມກັບຍາດຕິພີ່ນ້ອງຂອງບັນດາຜູ້ຖືກເສຍຊີວິດໃນສົງຄາມ ເກືອບ 5000 ຄົນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ເນັ້ນຫນັກວ່າ: ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາບໍ່ປະໃຫ້ເກີດໂສກນາດຕະກຳສົງຄາມອີກຄັ້ງຫນຶ່ງ, ກໍ່ສ້າງອະນາຄົດຂອງປະເທດຍີ່ປຸ່ນ ເພື່ອຄົນລຸ້ນປະຈຸບັນກໍຄືຄົນລຸ້ນຫລັງ. ໃນບົດກ່າວປາໄສທີ່ພິທີ, ພະເຈົ້າຈັກກະພັດຍີ່ປຸ່ນ Akihito ຊີ້ແຈ້ງວ່າ: ຫວນຄືນອະດີດຕະການ ແລະ ສະແດງການກິນແຫນງຢ່າງເລິກເຊິ່ງຕໍ່ສົງຄາມ, ຂ້າພະເຈົ້າຫວັງວ່າ ການທຳລາຍຂອງສົງຄາມຈະບໍ່ເກີດຂຶ້ນຄືນໃຫມ່ຢ່າງເດັດຂາດ. ສື່ມວນຊົນຍີ່ປຸ່ນ ໃຫ້ຂໍ້ສັງເກດວ່າ ນີ້ເປັນຄັ້ງທຳອິດ ພະເຈົ້າຈັກກະພັດຍີ່ປຸ່ນ ສະແດງການກິນແຫນງຢ່າງເລິກເຊິ່ງໃນບົດປາໄສທີ່ພິທີສະເຫລີມສະຫລອງຈັດຂຶ້ນປະຈຳປີເນື່ອງໃນໂອກາດສິ້ນສຸດສົງຄາມໂລກຄັ້ງທີ 2.