ຍີ່ປຸ່ນສະໜັບສະໜູນມາເລເຊຍໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ

(VOVWORLD) -ຍີ່ປຸ່ນ ສະໜັບສະໜູນມາເລເຊຍ ສ້າງໃໝ່ ແລະ ຍົກລະດັບນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ ເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ຄວາມສາມາດແກ່ງແຍ້ງດຳເນີນທຸລະກິດໃຫ້ທັງ 2 ປະເທດ.

ຍີ່ປຸ່ນສະໜັບສະໜູນມາເລເຊຍໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ - ảnh 1ຍີ່ປຸ່ນສະໜັບສະໜູນມາເລເຊຍໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ

(ພາບ: Kyodo/TTXVN)

ນີ້ແມ່ນໝາກຜົນຂອງການຢ້ຽມຢາມຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad. ກ່າວຄຳເຫັນທີ່ການປະຊຸມຂ່າວກັບຄູ່ຕຳແໜ່ງມາເລເຊຍ ຢູ່ໂຕກຽວ ໃນວັນທີ 12 ມິຖຸນາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຢືນຢັນວ່າ, ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍເພື່ອຊ່ວຍການເຕີບໂຕໃນອະນາຄົດ, ພິເສດແມ່ນເພີ່ມທະວີການພົວພັນ 2 ຝ່າຍ ໃຫ້ຂຶ້ນສູ່ລະກັບສູງໃໝ່ ແລະ ຮັງຮອງເອົານະໂຍບາຍມຸ່ງໄປສູ່ທິດຕາເວັນອອກ ໃນຍຸກສະໄໝໃໝ່. ທ່ານ Abe ໃຫ້ຂໍ້ສັງເກດວ່າ ນະໂຍບາຍໃໝ່ກໍ່ຈະຊຸກຍູ້ການລົງທຶນ ແລະ ເປີດກວ້າງກາລະໂອກາດໃຫ້ຊາວມາເລເຊຍ ຫຼາຍຄົນສາມາດດຳເນີນທຸລະກິດຢູ່ທັງມາເລເຊຍ ແລະ ຍີ່ປຸ່ນ.

      ສ່ວນທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ຢືນຢັນວ່າ, ມາເລເຊຍ ຊົມເຊີຍເລື່ອງຍີ່ປຸ່ນ ຮັບເອົານະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງມາເລເຊຍ ຄືນໃໝ່, ພ້ອມທັງສະແດງຄວາມປາດຖະໜາວ່າ ມາເລເຊຍ ຈະໄດ້ຮັບຜົນປະໂຫຍດຈາກການຮ່ວມມືອັນໃຫຍ່ຫຼວງກວ່າລະຫວ່າງ 2 ປະເທດ ຄືດັ່ງສ່ວນໜຶ່ງຂອງນະໂຍບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ