ຍີ່ປຸ່ນ,ອັງກິດເຊັນຂໍ້ຕົກລົງແບ່ງປັນວຽກງານພາລະທິການດ້ານປ້ອງກັນປະເທດ

ຍີ່ປຸ່ນ,ອັງກິດເຊັນຂໍ້ຕົກລົງແບ່ງປັນວຽກງານພາລະທິການດ້ານປ້ອງກັນປະເທດ - ảnh 1
ກຳ​ລັງ​ທະ​ຫານປ້ອງ​ກັນ​ທາງ​ບົກ ຍີ່​ປຸ່ນ
(ພາບ: AFP/TTXVN)

(vovworld) -  ວັນ​ທີ 26/1, ຍີ່​ປຸ່ນ ແລະ ອັງ​ກິດ ໄດ້​ເຊັນ​ຂໍ້​ຕົ​ກ​ລົງ​ຮັບ ແລະ ບໍ​ລິ​ການ​ໜ​ູນ​ຊ່ວຍ (ACSA). ຂໍ້​ຕົກ​ລົງ​ໄດ້​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຕົວ ຍີ່​ປຸ່ນ (JSDF) ແລະ ກອງ​ທັບ ອ​ັງ​ກິດ ອາ​ດ​ຈະ​ແບ່ງ​ປັນ​ເຄື່ອງ​ຂອງ​ລຳ​ລຽງ​ຊ່ວຍ​ເຫຼືອ, ເຊິ່ງ​ລວມ​ມີ ທັນ​ຍາ​ຫານ, ເຊື້​ອ​ໄຟ, ພາ​ຫະ​ນະ ພ້ອມ​ກັບ​ເຄື່ອງ​ອຸ​ປະ​ກອນ, ໃນ​ບັນ​ດາ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ, ບັນ​ດາ​ການ​​ຊ້ອ​ມ​ຮົບ​ຮ່ວມ ແລະ ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ສາ​ກົນ. ທ່ານ Boris Johnson, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ແລະ ທ່ານ Koji Tsuruoka, ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ອັງ​ກິດ ໄດ້​ເຊັ້ນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຢູ່​ນະ​ຄອນຫຼວງ ລອນດອນ. ຍີ່​ປຸ່ນ ຫວັງ​ວ່າ ACSA ອາດ​ຈະ​ສົ່ງ​ເສີມ ອັງ​ກິດ ເພີ່ມ​ທະ​ວີ​ການ​ແຊກ​ແຊງ​ເຂົ້າ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ຕໍ່​ໜ້າ​ເລື່ອງ ຈີນ ເພີ່ມ​ທະ​ວີ​ບັນ​ດາ​ການ​ກະ​ທຳ​ດ້ານ​ການ​ທະ​ຫານ​ບົນ​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ໄພ​ນາບ​ຂ​ູ່​ດ້ານ​ນິວ​ເຄຼຍ​ຈາກ ສ​ປ​ປ ເກົາຫຼີ.

        ກ່ອນ​ໜ້ານັ້ນ, ຍີ່​ປຸ່ນ ກໍ​່​ໄດ້​ເຊັນ​ຂໍ້​ຕົກ​ລົງ​ຄ້າຍ​ຄື​ກັນ​ກັບ ອາ​ເມ​ລິ​ກາ ແລະ ອົດ​ສະ​ຕາ​ລີ.


ຂ່າວ/ບົດ​ອື່ນ