ຍີ່ປຸ່ນ-ອາເມລິກາປຶກສາຫາລືກ່ຽວກັບ ຄຳປະກາດທົດລອງນິວເຄຼຍຄັ້ງໃໝ່ ຂອງ ສປປເກົາຫຼີ

ຍີ່ປຸ່ນ-ອາເມລິກາປຶກສາຫາລືກ່ຽວກັບ ຄຳປະກາດທົດລອງນິວເຄຼຍຄັ້ງໃໝ່ ຂອງ ສປປເກົາຫຼີ - ảnh 1

ສປປ​ເກົາຫຼີປະກາດ​ຈະ​ຍິງ​ທົດ​ລອງ​ນິວ​ເຄຼຍຄັ້ງທີ 3

(ພາບ: viet.rfi.fr)

(vovworld)- ວົງ​ການ​ເຈົ້າໜ້າ​ທີ່​ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຮ່ວມ​ມື​ກັບ ສ​ເກົາຫຼີ ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ ສປປ​ເກົາຫຼີ​ ດຳ​ເນີນ​ການ​​ທົດ​ລອງ​ນິວ​ເຄຼຍຄັ້ງ​ໃໝ່. ​ໃນ​ການ​ພົບ​ປະທີ່ນະຄອນຫຼວງ​ໂຕ​ກຽວ​ ເມື່ອວັນ​ທີ 28/1, ທ່ານ Shinsuke Sugiyama ຫົວໜ້າ​ກົມ​ບັນດາ​ບັນຫາ​ອາຊີ-​ມະຫາ​ສະ​ມຸດ​ອັກ​ລັງ​ຕິກ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ແລະ ທູດ​ພິ​ເສດ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນຫາ ສປປ​ເກົາຫຼີ, ທ່ານ Glyn Davies ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ຊ່ວຍ​ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ​ເກົາຫຼີ ຮັບ​ມື​​ໃນ​ກໍລະນີ​ພຽງ​ຢາງ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ. ຄຽງ​ຄູ່​ກັນນັ້ນ, ວົງ​ການ​ເຈົ້າໜ້າ​ທີ່​ສອງ​ປະ​ເທດ​ກໍ່​ຮັບ​ຮອງ​ເອົາ​ບັນດາ​ແຜນການ​ເພື່ອ​ແນ​ໃສ່​ກໍ່​ກຳລັງ​ດັນ​ບັງຄັບ​ໃຫ້ ສປປ​ເກົາຫຼີ ຕ້ອງ​ປະຕິບັດ​ບັນດາ​ມະຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະພາ​ຄວາມໝັ້ນຄົງ ສປຊ, ບໍ່​ປະຕິບັດທຸກໆ“ການ​ກະທຳ​ເກາະ​ຜິດ​ໃດໆ“, ​ໃນ​ນັ້ນມີ​ການ​ທົດ​ລອງ​ນິວ​ເຄຼຍ. ສອງ​ຝ່າຍ​ຍັງ​ເຫັນ​ດີ​ເຫັນ​ພ້ອມ​ຈະ​ຮ່ວມ​ມື​ກັບ​ຈີນ ​ແລະ ລັດ​ເຊຍ ຊື່​ງ​ແມ່ນ​ສອງ​ປະ​ເທດ​ເຂົ້າຮ່ວມ​ວິວັດ​ການ​ເຈລະຈາ 6 ຝ່າຍ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນຫາ​ນິວ​ເຄຼຍ.

 

 

 

ຂ່າວ/ບົດ​ອື່ນ