ຍີ່ປຸ່ນ,ອາເມລິກາແລະອິນເດຍໂຮມປະຊຸມ3ຝ່າຍກ່ຽວກັບການຮ່ວມມືປ້ອງກັນຄວາມປອດໄພໃນການເດີນເຮືອ
ລັດຖະມົນຕີການຕ່າງປະເທດ 3 ປະເທດ
(ພາບ: AFP)
(vovworld) – ວັນທີ 21/6, ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ: ບັນດານັກການທູດຂັ້ນສູງ ຍີ່ປຸ່ນ, ອາເມລິກາ ແລະ ອິນເດຍ ໄດ້ຈັດຕັ້ງກອງປະຊຸມ 3 ຝ່າຍຢູ່ ໂຕກຽວ. ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ໄດ້ປຶກສາຫາລືກ່ຽວກັບການຮ່ວມມືປ້ອງກັນຄວາມປອດໄພໃນການເດີນເຮືອ ໃນສະພາບການ ຈີນ ເພີ່ມທະວີບັນດາການເຄື່ອນໄຫວຢູ່ທະເລຕາເວັນອອກ, ທະເລຮວາຕູງ ກໍ່ຄືມະຫາສະໝຸດອິນເດຍ.
ກ່ຽວຂ້ອງເຖິງບັນຫາທະເລຮວາຕູງ, ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ: ໃນວັນທີ 19 – 20/6, ມີກຳ່ປັ່ນຂອງທະຫານເຮືອ ຈີນ ລຳໜຶ່ງໄດ້ປະກົດຢູ່ໃກ້ກັບໝູ່ເກາະເຊິ່ງປະຈຸບັນແມ່ນ ໂຕກຽວ ພວມຄວບຄຸມ ແລະ ເອີ້ນວ່າ Senkaku ໃນຂະນະທີ່ ປັກກ່ິງ ກໍ່ຖະແຫຼງອະທິປະໄຕ ແລະ ເອີ້ນວ່າ ຕຽວອີ. ຕາມກະຊວງການຕ່າງປະເທດຍີ່ປຸ່ນ ແລ້ວ, ຍ້ອນກຳ່ປັ່ນສອດແນມຂອງທະຫານເຮືອ ຈີນ ໄດ້ເຂົ້າໄປໃກ້ກັບໝູ່ເກາະດັ່ງກ່າວໃນເວລາປະມານ 17 ໂມງ ວັນທີ 19/6 ແລະ 14 ໂມງ ວັນທີ 20/6, ແຕ່ບໍ່ເຂົ້າຮອດເຂດນ່ານນຳ້ຂອງ ຍີ່ປຸ່ນ ກໍ່ຄືບັນດາພາກພື້ນໃກ້ກັບເຂດນ່ານນຳ້. ຍີ່ປຸ່ນໄດ້ສະແດງຄວາມວິຕົກວັງວົນວ່າທະຫານເຮືອ ຈີນ “ເພີ່ມທະວີບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວ”.