(vovworld) – ວັນທີ 20/11, ຍີ່ປຸ່ນ ແລະ ຈໍແດນ ເປັນເອກະພາບສົມທົບກັນຮັບມືກັບໄພພິບັດໂດຍກຸ່ມທະຫານກະບົດ “ລັດອິດສະລາມ” (IS) ອ້າງຊື່ເອງກໍ່ຂຶ້ນ, ພ້ອມທັງເພີ່ມທະວີການຮ່ວມມື 2 ຝ່າຍໃນບັນດາບັ້ນຮົບຮັກສາສັນຕິພາບກໍ່ຄືຫຼາຍຂົງເຂດອື່ນໆອີກ. ຄຳໝັ້ນສັນຍາດັ່ງກ່າວໂດຍການນຳ 2 ປະເທດຍົກອອກມາໃນຖະແຫຼງການຮ່ວມເນື່ອງໃນໂອກາດການຢ້ຽມຢາມ ຍີ່ປຸ່ນ ຂອງພະບາດສົມເດັດພະເຈົ້າມະຫາຊີວິດ ຈໍແດນ Abdullah 2.
ຕາມຖະແຫຼງການຮ່ວມແລ້ວ, ໃນການເຈລະຈາຢູ່ຫ້ອງວ່າການລັດຖະບານ ຍີ່ປຸ່ນ ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຕີລາຄາສູງການຊ່ວຍເຫຼືອມະນຸດສະທຳຂອງ ຈໍແດນ ໃຫ້ແກ່ບັນດາຜູ້ຫຼີ້ໄພຈາກການປະທະກັນຢູ່ ຊີຣີ, ພ້ອມທັງປະກາດແຜນການສະໜອງບ້ວງໜູນຊ່ວຍພັດທະນາທາງການຂອງໂຕກຽວ ທີ່ມີມູນຄ່າ 2,4 ຕື້ ເຢັນ ໃຫ້ແກ່ ຈໍແດນ. ການນຳ 2 ທ່ານກໍ່ເປັນເອກະພາບກັນວ່າ: ການຮ່ວມມືນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນຕາເວັນອອກກາງ, ຮຽກຮ້ອງ ອິດສະຣາແອນ ແລະ ປາແລດສະຕີນ ບັນລຸໄດ້ວິທີແກ້ໄຂ 2 ລັດ ຜ່ານບັນດາມາດຕະການສັນຕິພາບໂດຍໄວ.