ຍີ່ປຸ່ນແລະສເກົາຫລີເຫັນດີເປີດກວ້າງການແລກປ່ຽນຄະນະຜູ້ແທນປ້ອງກັນປະເທດສອງຝ່າຍ

ຍີ່ປຸ່ນແລະສເກົາຫລີເຫັນດີເປີດກວ້າງການແລກປ່ຽນຄະນະຜູ້ແທນປ້ອງກັນປະເທດສອງຝ່າຍ - ảnh 1
ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີPark Geun-hye
ແລະ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe

(vovworld)-  ​ທີ່​ການ​ພົບ​ປະ​ໃນ​ວັນ​ທີ 20/10, ຢູ່ ນະ​ຄອນ​ຫລວງ ເຊີ​ອູນ ປະ​ເທດ ສ​ເກົາ​ຫລີ, ທ່ານ Gen Nakatani ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ແລະ ຄູ​່​ຕຳ​ແນ່ງ ສ​ເກົາ​ຫລີ Min Koo ໄດ້​ເຫັນ​ດີ: ສອງ​ຝ່າຍ​ຈະ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ພົ​ວ​ພັນ​ແລ​ກ​ປ່ຽນ​ດ້ານ​ປ້ອງ​ກັນ​ຊາດ ແລະ ຊຸກ​ຍູ້​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ. ສອ​ງ​ຝ່າຍ ຢືນ​ຢັນ ການ​ຮ່ວມ​ມື​ໃນ​ບັນ​ດາ​ບັນ​ຫາ​ຄືຮັບ​ມື​ກັບ​ເລື່ອງ ສ​ປ​ປ ເກົາ​ຫລີ ພັດ​ທະ​ນາ​ລູກ​ສອນ​ໄຟ ແລະ ອາ​ວຸດ​ນິວ​ເຄຼຍ ກໍ​ຄື​ບັນ​ດາ​ມາດ​ຕະ​ການ​ຕ້ານການກໍ່​ການ​ຮ້າຍ. ທ່ານ​ລັດ​ຖະ​ມົນ​ຕີ Gen Nakatani ຖະ​ແຫລງວ່າ: ກົດ​ໝາຍ​ວ່າ​ດ້ວຍ​ການ​ປ​້ອງ​ກັນ​ຄວາມ​ສະ​ຫງົບ ສະ​ບັບ​ໃຫມ່​ຂອງ ຍີ່​ປຸ່ນ ຈະ​ບໍ່​ປ່ຽນ​ແປງ​ຄຳ​ໝັ້ນ​ສັນ​ຍາ​ສຳ​ລັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ຕາມ​ການ​ກຳ​ນົດ​ທິດ​ປ້ອງ​ກັນ​ຕົວ​ຂອງ ໂຕ​ກຽວ.

 

 

ຂ່າວ/ບົດ​ອື່ນ