ຍີ່ປຸ່ນແລະສ.ເກົາຫຼີເຫັນດີເປັນເອກະສັນປັບປຸງການພົວພັນ2ຝ່າຍ
ຍີ່ປຸ່ນ ແລະ ສ. ເກົາຫຼີ ພວມພະຍາຍາມປັບປຸງການພົວພັນ 2 ຝ່າຍ
(ພາບ: Kyodo/ TTXVN)
(vovworld) – ວັນທີ 2/10, ຍີ່ປຸ່ນ ແລະ ສ. ເກົາຫຼີ ໃຫ້ຄຳໝັ້ນສັນຍາສົມທົບກັນສະເຫຼີມສະຫຼອງ 50 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດເປັນປົກກະຕິ, ເຊິ່ງແມ່ນສັນຍາລັກສະແດງໃຫ້ເຫັນວ່າ ໂຕກຽວ ແລະ ເຊີອູນ ພວມມານະພະຍາຍາມປັບປຸງການພົວພັນທີ່ຖືກຜົນສະທ້ອນບໍ່ໜ້ອຍຍ້ອນຄວາມຂັດແຍ້ງກັນໂດຍປະຫວັດສາດປະໄວ້ເທື່ອລະກ້າວ.
ທີ່ການຕ້ອນຮັບທ່ານຮອງລັດຖະມົນຕີ ການຕ່າງປະເທດຜູ້ທີໜຶ່ງ ສ. ເກົາຫຼີ Cho Tae – Yon ຢູ່ໂຕວຽວ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Fumio Kishida ຖະແຫຼງວ່າ: “2 ຝ່າຍຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອພ້ອມກັນສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດເປັນປົກກະຕິໃນບັນຍາກາດອົບອູ່ນ”. ທ່ານເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ “ສະໜອງຂໍ້ມູນຂ່າວສານຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ຢ່າງຕໍເນື່ອງລະຫວ່າງບັນດາເຈົ້າໜ້າທີ່ການເມືອງຂັ້ນສູງ 2 ປະເທດ”. ສ່ວນທ່ານຮອງລັດຖະມົນຕີ Cho Tae – Yon ກໍ່ສະແດງຄວາມຫວັງວ່າໃນປີໜ້າ, ການພົວພັນລະຫວ່າງ 2 ປະເທດຈະເລີ່ມພັດທະນາ.