ຍີ່ປຸ່ນແລະອາເມລິກາເພີ່ມທະວີການຮ່ວມມື,ມຸ່ງໄປສູ່ອະນາຄົດ
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ເດີນທາງໄປເຖິງ Hawaii
(ພາບ: AFP/TTXVN)
(vovworld) - ວັນທີ 26/12, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ເດີນທາງໄປເຖິງ Hawaii, ປະເທດອາເມລິກາ ແລະ ຈະຈັດກອງປະຊຸມ 2 ຝ່າຍຂັ້ນສູງສຸດທ້າຍກັບທ່ານປະທານາທິບໍດີອາເມລິກາ Brack Obama. ເມື່ອແລກປ່ຽນກັບວົງການນັກຂ່າວຢູ່ສະໜາມບິນ Haneda ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງໂຕກຽວ ແລະ ວໍຊິງຕັນ ສຳລັບອະນາຄົດ. ທ່ານນາຍົກລັດຖະມົນຕີ Shinzo Abe ຈະແມ່ນການນຳພວມດຳລົງຕຳແໜ່ງຜູ້ທຳອິດຂອງຍີ່ປຸ່ນ ໄປຢ້ຽມຢາມ Hawaii, ເຊິ່ງແມ່ນແຫ່ງທີ່ກ່ອນນີ້ 75 ປີ ຟາດຊິດ ຍີ່ປຸ່ນ ໄດ້ດຳເນີນການບຸກໂຈມຕີໂດຍບັງເອີນໃສ່ກຳລັງກອງທັບເຮືອອາເມລິກາ ໃນສົງຄາມໂລກຄັ້ງທີ 2.
ບັນດາເຈົ້າໜ້າທີ່ຍີ່ປຸ່ນ ໃຫ້ຮູ້ວ່າ, ຈຸດປະສົງຂອງການຢ້ຽມຢາມ Hawaii ຂອງທ່ານນາຍົກລັດຖະມົນຕີ Shinzo Abe ບໍ່ແມ່ນເພື່ອຂໍໂທດ, ຫາກແທນທີ່ນັ້ນແມ່ນສະແດງຄວາມເຄົາລົບສຳລັບບັນດາຜູ້ປະສົບເຄາຮ້າຍ. ສິ່ງດັ່ງກ່າວກໍ່ຄ້າຍຄືກັນກັບການຢ້ຽມຢາມຂອງທ່ານປະທານາທິບໍດີ Obama ເຖິງຍີ່ປຸ່ນ ເມື່ອເດືອນ 05 ຜ່ານມາ.