ຍີ່ປຸ່ນ ຄັດຄ້ານເລື່ອງ ຈີນ ເພີ່ມທະວີການກະທໍາກໍ່ຄວາມເຄັ່ງຕຶງ ຢູ່ ທະເລຮວາຕຸງ ແລະ ທະເລຕາເວັນອອກ
(VOVWORLD) - ວັນທີ 19 ພຶດສະພາ, ທ່ານ Taro Kono ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ສະແດງທັດສະນະຄັດຄ້ານຕໍ່ເລື່ອງ ຈີນ ເພີ່ມທະວີການກະທໍາທີ່ເຮັດໃຫ້ສະພາບການຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ ເຄັ່ງຕຶງຂຶ້ນຕື່ມ.
ທ່ານ Taro Kono ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ (ພາບ: AFP/TTXVN)
|
ໃນການໂອ້ລົມຜ່ານທາງໂທລະສັບ ແລະ ການສົນທະນາຜ່ານທາງອິນເຕີແນັດກັບຄູ່ຕໍາແໜ່ງຂອງ ສິງກະໂປ, ອິນໂດເນເຊຍ ແລະ ນິວຊີແລນ ຕາມລໍາດັບ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Taro Kono ໄດ້ເຕື້ອງເຖິງບັນດາການກະທໍາພຽງລໍາພັງຝ່າຍດຽວຂອງຈີນຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ. ທ່ານ ໃຫ້ຮູ້ວ່າ ລັດຖະບານ ຍີ່ປຸ່ນ ຄັດຄ້ານຢ່າງແຮງ ຕໍ່ບັນດາການກະທໍາພຽງລໍາພັງຝ່າຍດຽວຂອງ ຈີນ ທີ່ໄດ້ນໍາໃຊ້ກໍາລັງແຮງ ແນໃສ່ປ່ຽນແປງສະພາບການປັດຈຸບັນ ແລະ ກໍ່ຄວາມເຄັ່ງຕຶງຢູ່ເຂດທະເລຮວາຕຸງ ແລະ ທະເລຕາເວັນອອກ, ແມ່ນບໍ່ສອດຄອ່ງກັບກົດໝາຍສາກົນວ່າດ້ວຍທະເລ ທີ່ໄດ້ປະກາດໃຊ້ໃນປັດຈຸບັນ ຢູ່ບັນດາເຂດທະເລດັ່ງກ່າວ.