(vovworld) - ກຸ່ມທະຫານທຳອິດສັງກັດກຳລັງປ້ອງກັນຍີ່ປຸ່ນ (SDF) ທີ່ມີໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ເຂດພູພຽງ Golan ໂດຍ ອິດສະຣາແອນ ຢືດຄອງ, ວັນທີ 29/12, ເລີ່ມຕົ້ນຖອນທະຫານກັບເມືອປະເທດ ເພາະມີຄວາມວິຕົກກັງວັນຕໍ່ສະພາບຂາດສະຖຽນນະພາບຢູ່ຊີຣີ. ມີພະລາກອນ 33/47 ຄົນຂອງ SDF ປະຕິບັດໜ້າທີ່ຂົງສົ່ງ ແລະ ບັນດາການເຄື່ອນໄຫວອື່ນໆ ຂຶ້ນກັບກຳລັງນັກສັງເກດການຂອງສະຫະປະຊາຊາດ ໄດ້ເດີນທາງໄປຮອດສະໜາມບິນສາກົນ Ben Gurion ຢູ່ອິດສະຣາແອນ ແລະ ກັບເມືອຍີ່ປຸ່ນ ໃນວັນທີ 31/12. ຈຳນວນທະຫານທີ່ຍັງເຫຼືອ ຄາດວ່າຈະກັບເມືອປະເທດໃນກາງເດືອນ 1/2013, ສິດສຸດໜ້າທີ່ເຂົ້າຮ່ວມການຮັກສາສັນຕິພາບຂອງຍີ່ປຸ່ນ ນັບແຕ່ປີ 1996.