ຍີ່ປຸ່ນ: ລັດຖະບານຂອງທ່ານນາຍົກລັດຖະມົນຕີ Kishida ພ້ອມກັນລາອອກຈາກຕຳແໜ່ງ

(VOVWORLD) - ນີ້ແມ່ນການກະທຳເພື່ອເປີດທາງໃຫ້ແກ່ການສ້າງຕັ້ງລັດຖະບານໃໝ່ຂອງທ່ານນາຍົກລັດຖະມົນຕີຄົນໃໝ່ Ishiba Shigeru
ຍີ່ປຸ່ນ: ລັດຖະບານຂອງທ່ານນາຍົກລັດຖະມົນຕີ Kishida ພ້ອມກັນລາອອກຈາກຕຳແໜ່ງ - ảnh 1ກອງປະຊຸມລັດຖະບານ
(ພາບ: Kyodo/TTXVN)

        ຕອນເຊົ້າວັນທີ 01 ຕຸລາ, ຢູ່ສຳນັກງານຫ້ອງວ່າການລັດຖະບານ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ເປັນປະທານກອງປະຊຸມວາລະສຸດທ້າຍຂອງລັດຖະບານປະຈຸບັນ. ຢູ່ທີ່ນີ້, ລັດຖະມົນຕີທັງໝົດ 19 ທ່ານໄດ້ພ້ອມກັນຍື່ນໃບຂໍລາອອກຈາກຕຳແໜ່ງເຖິງທ່ານນາຍົກລັດຖະມົນຕີ Kishida. ນີ້ແມ່ນການກະທຳເພື່ອເປີດທາງໃຫ້ແກ່ການສ້າງຕັ້ງລັດຖະບານໃໝ່ຂອງທ່ານນາຍົກລັດຖະມົນຕີຄົນໃໝ່ Ishiba Shigeru, ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນປະທານຂອງພັກກຳອຳນາດເສລີປະຊາທິປະໄຕ ຍີ່ປຸ່ນ (LDP) ໃນວັນທີ 27 ກັນຍາ ຜ່ານມາ.

        ຕາມແຜນການ, ຕອນບ່າຍວັນດຽວກັນ, ສະພາສູງ, ສະພາຕ່ຳ ຍີ່ປຸ່ນ ຈະດຳເນີນວາລະປະຊຸມວິສາມັນເພື່ອໃຫ້ສັດຕະຍາບັນຕຳແໜ່ງນາຍົກລັດຖະມົນຕີຂອງທ່ານ Ishiba. ຫຼັງຈາກນັ້ນ, ທ່ານຈະປະກາດບັນຊີລາຍຊື່ບັນດາບຸກຄະລາກອນຄະນະລັດຖະບານຊຸດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ