(ພາບປະກອບ)
(vovworld) - ວັນທີ 11/03 ຍີ່ປຸ່ນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກໄພພິບັດທຳມະຊາດແຜ່ນດິນໄຫວ ແລະ ຄື້ນທະເລຍັກ ທີ່ເກີດຂຶ້ນກ່ອນນີ້ 6 ປີ ຄືໃນວັນທີ 11/03/2011 ຢູ່ເຂດຕາເວັນອອກສ່ຽງເໜືອຂອງປະເທດນີ້, ເຮັດໃຫ້ເກືອບ 19.000 ຄົນເສຍຊີວິດ ແລະ ເກີດເຫດຕິດຄັດນິວເຄຼຍທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງມະນຸດ.
ແລະກໍ່ໃນຈຸດເວລານີ້, ພິທີອາໄລຫາຢ່າງເປັນທາງການຖືກຈັດຕັ້ງຢູ່ນະຄອນຫລວງ ໂຕກຽວ ດ້ວຍການເຂົ້າຮ່ວມຂອງເຈົ້າຊາຍ Fumihito, ເຈົ້າຍິງ Kiko ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ Shinzo Abe ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ຍູ້ໄວການເຄື່ອນໄຫວກໍ່ສ້າງບັນດາເຂດຖືກຜົນສະທ້ອນ ໃນຂະນະທີ່ຍັງມີຫລາຍຄົນປະສົບກັບຄວາມຫຍຸ້ງຍາກພາຍຫລັງໄພພິບັດທຳມະຊາດແຜ່ນດິນໄຫວ ແລະ ຄື້ນທະເລຍັກ.