ຍີ່ປຸ່ນ ອຸປະຖຳເງິນຈຳນວນ 3.9 ລ້ານ USD ເພື່ອແກ້ໄຂໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງຂອງແມ່ນ້ຳຂອງ
(VOVWORLD) -ຕອນບ່າຍວັນທີ 13 ມີນາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຍີ່ປຸ່ນ ປະຈຳລາວ ໄດ້ມອບບ້ວງເງິນອຸປະຖຳທີ່ມີມູນຄ່າ 3.9 ລ້ານ USD ຂອງລັດຖະບານຍີ່ປຸ່ນ
ຈຳນວນເງິນດັ່ງກ່າວເພື່ອຊ່ວຍຄະນະກຳມະການແມ່ນ້ຳຂອງສາກົນ (MRC) ຜັນຂະຫຍາຍການເຄື່ອນໄຫວຕິດຕາມກວດກາ ແລະ ຄາດຄະເນສະພາບໄພແຫ້ງແລ້ງ ແລະ ນ້ຳຖ້ວມຂອງແມ່ນ້ຳຂອງ.
ບ້ວງເງິນອຸປະຖຳດັ່ງກ່າວມີ ໄລຍະເວລານຳໃຊ້ແມ່ນ 4 ປີ (2020-2023) ແລະ ຈະຊ່ວຍໃຫ້ ຄະນະກຳມະການແມ່ນ້ຳຂອງສາກົນ ປັບປຸງສະພາບການຄາດຄະເນໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມໃຫ້ແກ່ເຂດທົ່ງພຽງຍ່ານລຸ່ມແມ່ນ້ຳຂອງ ໄດ້ຢ່າງຊັດເຈນ ແລະ ວ່ອງໄວກ່ວາ, ຊ່ວຍບັນດາປະເທດຖືກກະທົບຄື: ກຳປູເຈຍ, ໄທ, ລາວ ແລະ ຫວຽດນາມ ແກ້ໄຂຜົນຮ້າຍໂດຍທຳມະຊາດກໍ່ຂຶ້ນ.