ຍີ່ປຸ່ນ, ອາເມລິກາ ແລະ ສເກົາຫລີ ເຫັນດີຮ່ວມມືໃນບັນຫາກ່ຽວຂ້ອງເຖິງ ສປປ ເກົາຫລີ

ຍີ່ປຸ່ນ, ອາເມລິກາ ແລະ ສເກົາຫລີ ເຫັນດີຮ່ວມມືໃນບັນຫາກ່ຽວຂ້ອງເຖິງ ສປປ ເກົາຫລີ - ảnh 1

ທ່ານ Shinsuke Sugiyama, ທ່ານ  Glyn Davies ແລະ ທ່ານ Lim Sung Nam. ພາບ:AP


(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຂັ້ນ​ນັກວິຊາ​ການ 3 ຝ່າຍ ຢູ່ ນະຄອນຫລວງ ​ໂຕ​ກຽວ ປະເທດຍີ່ປຸ່ນ ​ເມື່ອ​ວັນ​ທີ 17/10, ຍ່ີ​ປຸ່ນ, ອາ​ເມ​ລິ​ກາ ​ແລະ ສ​ເກົາຫລີ ​ໄດ້​ຢືນຢັນ​ຄືນ​​ເຖິງ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ບັນຫາ​ນິວ​ເຄຼຍ ​ແລະ​ ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫລີ. ກອງ​ປະຊຸມ​ດັ່ງກ່າວ​ໂດຍ​ແມ່ນ​ທ່ານ Shisuke Sugiyama ຫົວຫນ້າ​ກົມ​ອາຊີ - ທະວີ​ໂອ​ເຊ​ອາ​ນີ ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ຍີ່​ປຸ່ນ ພ້ອມ​ທັງ​​ເປັນ​ຫົວຫນ​້າຄະນະ​ເຈລະຈາ 6 ຝ່າຍ​ຂອງ ຍີ່​ປຸ່ນ ​ເປັນ​ປະທານ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ Glyn Davies ທູດ​ພິ​ເສດ ອາ​ເມ​ລິ​ກາ ຮັບຜິດຊອບ​ບັນຫານິວ​ເຄຼຍຢູ່ ​ແຫລ​ມ​ເກົາຫລີ ​ແລະ ທ່ານ Lim Sung Nam ຫົວຫນ້າ​ຄະນະ​ເຈລະຈາ 6 ຝ່າຍ​ຂອງ ສ​ເກົາຫລີ. ທີ່​ກອງ​ປະຊຸມ 3 ຝ່າຍ, ຫົວຫນ້າ​ຄະນະ​ເຈລະຈາ 6 ຝ່າຍ​ຂອງ​ຍີ່​ປຸ່ນ ກໍ​ແຈ້ງ​ໃຫ້​​ຝ່າຍ ອາ​ເມ​ລິ​ກາ ​ແລະ ສ ​ເກົາຫລີ ຮັບ​ຊາບກ່ຽວ​ກັບ​ຄວາມ​ຄືບ​ຫນ້າ​ໃນ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ຍີ່​ປຸ່ນ ​ແລະ ສປປ ​ເກົາຫລີ​ໃນ​ທ້າຍ​ເດືອນ 8/2012 ຜ່ານ​ມາ​ພາຍຫລັງ 4 ປີ ຖືກ​ໂຈະ​ໄວ້. ທີ່​ກອງ​ປະຊຸມ, ຜູ້ຕາງຫນ້າ 3 ປະ​ເທດ ກໍ​ເນັ້ນ​ຫນັກ​ບົດບາດ​ສຳຄັນ​ຂອງ​ລັດ​ເຊຍ ​ແລະ ຈີນ ​ໃນ​ວິວັດ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ ສປປ ​ເກົາຫລີ ພ້ອມ​ທັງ​ເປັນ​ເອກະ​ພາບ​ກັນສືບ​ຕໍ່​ຈັດ​ຕັ້ງ​        ວາລະທາ​ບທາມ​ຄຳ​ເຫັນ​ສາມ​ຝ່າຍ​ຢູ່​ທຸກ​ຂັ້ນ.

 

 

 

 

ຂ່າວ/ບົດ​ອື່ນ