ຍີ່ປຸ່ນ ແລະ ຟີລິບປິນ ມີຄວາມວິຕົກກັງວົນຕໍ່ສະພາບຄວາມໝັ້ນຄົງຂອງພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ

(VOVWORLD) -ຟິລິບປິນ ແມ່ນປະເທດ ທີສອງໃນ ອາຊຽນ  ທີ່ຈັດການໂອ້ລົມສົນທະນາ “2+2” ກັບຍີ່ປຸ່ນ, ຖັດຈາກ ອິນໂດເນເຊຍ. 
ຍີ່ປຸ່ນ ແລະ ຟີລິບປິນ ມີຄວາມວິຕົກກັງວົນຕໍ່ສະພາບຄວາມໝັ້ນຄົງຂອງພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ - ảnh 1ລັດຖະມົນຕີກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ຂອງສອງປະເທດຍີ່ປຸ່ນ ແລະ ຟິລິບປິນ. ພາບ:AFP

ວັນທີ 9 ເມສາ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ແລະ ຄູ່ຮ່ວມຕຳແຫນ່ງ ຟິລິບປິນ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາດ້ານຄວາມໝັ້ນຄົງ ຕາມຮູບການ “2+2” ຈັດຂຶ້ນເປັນຄັ້ງທຳອິດ ຢູ່ ນະຄອນຫລວງ ໂຕກຽວ. ໃນຂອບເຂດການໂອ້ລົມສົນທະນາ, ສອງຝ່າຍ ພ້ອມກັນສະແດງຄວາມວິຕົກກັງວົນຕໍ່ສະພາບການຄວາມໝັ້ນຄົງ ຢູ່ ພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ. ແຫລ່ງຂ່າວຈາກລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ພາຍຫລັງການໂອ້ລົມສົນທະນາ ຈະມີການຖະແຫລງຂ່າວຮ່ວມ ດ້ວຍຖະແຫລງການຮ່ວມ ໂດຍເຫັນດີເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບສອງຝ່າຍ. ຄຽງຂ້າງນັ້ນ ບັນດາທ່ານລັດຖະມົນຕີ ຈະໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງເສດຖະກິດກ່ອນຫນ້ານັ້ນ. ວັນທີ 8 ເມສາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ຕ້ອນຮັບບັນດາທ່ານລັດຖະມົນຕີຂອງ ຟິລິບປິນ ຢູ່ໂຕກຽວ ແລະສະແດງຄວາມຫວັງວ່າ ສອງຝ່າຍຈະສືບຕໍ່ສົມທົບກັນເພື່ອເປົ້າໝາຍຮັບປະກັນໃຫ້ພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ. ຟິລິບປິນ ແມ່ນປະເທດ ທີສອງໃນ ອາຊຽນ  ທີ່ຈັດການໂອ້ລົມສົນທະນາ “2+2” ກັບຍີ່ປຸ່ນ, ຖັດຈາກ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ