ໝູ່ເກາະເກີດການພິພາດລະຫວ່າງ ຍີ່ປຸ່ນ ແລະ ສເກົາຫລີ
ພາບ:internet |
(vovworld) - ວັນທີ 25/8, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihiko Noda ໄດ້ອະທິບາຍຫລັກໝັ້ນຂອງລັດຖະບານປະເທດນີ້ ທີ່ກ່ຽວຂ້ອງເຖິງໝູ່ເກາະເກີດການພິພາດກັບ ສເກົາຫລີ ຊຶ່ງຍີ່ປຸ່ນເອີ້ນວ່າ Takeshima ສ່ວນ ສເກົາຫລີເອີ້ນວ່າ Dokdo. ການຖົກຖຽງກັນທີ່ແກ່ຍາວລະຫວ່າງສອງປະເທດຖືກເຄ່ັງຕຶງຂື້ນຕື່ມ ເມື່ອຫວ່າງແລ້ວນີ້ ປະທານາທິບໍດີ ສເກົາຫລີ Lee Myung Bak ໄດ້ໄປຢ້ຽມາມໝູ່ເກາະແຫ່ງດັ່ງກ່າວ. ຕໍ່ຈາກນັ້ນ ອຳນາດການປົກຄອງທ້ອງຖິ່ນ ສເກົາຫລີ ຍັງກໍ່ສ້າງເສົາຫີນເພື່ອຢືນຢັນອະທິປະໄຕທີ່ມີຕໍ່ເກາະ Dokdo. ລັດຖະບານ ຍີ່ປຸ່ນ ໄດ້ຄັດຄ້ານຢ່າງແຂງແຮງຕໍ່ບັນດາການກະທຳຂອງຝ່າຍ ສເກົາຫລີ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ Noda ໄດ້ສົ່ງຈົດໝາຍສະບັບຫນຶ່ງເພື່ອຄັດຄ້ານ ສເກົາຫລີ, ແຕ່ ສເກົາຫລີ ໄດ້ສົ່ງຈົດໝາຍສະບັບດັ່ງກ່າວຄືນໃຫ້ແກ່ ຍີ່ປຸ່ນ. ກ່າວຄຳເຫັນທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 24/8, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Noda ເນັ້ນຫນັກວ່າ: ເລື່ອງສົ່ງຈົດໝາຍຄືນລະຫວ່າງປະມຸກລັດສອງທ່ານແມ່ນສິ່ງທີ່ເປັນຫນ້າເສຍດາຍ.