ຍີ່​ປຸ່ນ ແລະ ຫວຽດ​ນາມ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13

(VOVWORLD) -ກອງປະຊຸມລັດຖະມົນຕີແມ່ນ້ຳຂອງ - ຍີ່ປຸ່ນຄັ້ງທີ 13ຄາດວ່າຈະຖືກຈັດຕັ້ງຂຶ້ນທາງອອນລາຍໃນວັນທີ 9 ກໍລະກົດ.

ຍີ່​ປຸ່ນ ແລະ ຫວຽດ​ນາມ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13 - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

(ພາບ: TTXVN) 

ທ່ານ Toshimitsu Motegi ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຈະໄດ້ເປັນປະທານກອງປະຊຸມ.

ໃນແຈ້ງການເມື່ອວັນທີ 8 ກໍລະກົດ, ກະຊວງການຕ່າງປະເທດຍີ່ປຸ່ນໃຫ້ຮູ້ວ່າທີ່ກອງປະຊຸມ, ບັນດາລັດຖະມົນຕີຈະປຶກສາຫາລືກ່ຽວກັບການຮ່ວມມືລະຫ່ວາງຍີ່ປຸ່ນ ກັບ 5 ປະເທດ ອະນຸພາກພື້ນແມ່ນ້ຳຂອງ ໃນຂົງເຂດການແພດ, ໃນນັ້ນມີບັນດາບັນຫາທີ່ກ່ຽວຂ້ອງເຖິງບັນດາພະຍາດຕິດແປດ, ແລະການເພີ່ມທະວີການພົວພັນດ້ານເສດຖະກິດຍີ່ປຸ່ນ - ແມ່ນ້ຳໃນໄລຍະຫຼັງ ໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ