ຍີ່ປຸ່ນ ແລະ ອັງກິດ ເຫັນດີເປັນເອກະສັນສະກັດກັ້ນ ສປປ ເກົາຫຼີ ຫຼີກລ້ຽງບັນດາຄຳສັ່ງລົງໂທດບົນທະເລ

(VOVWORLD) - ໃນນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ Abe ກໍ່ຍົກອອກບັນດາທັດສະນະທີ່ຖືວ່າ ບໍ່ສາມາດດຳເນີນບັນດາການເຈລະຈາທີ່ “ມີຄວາມໝາຍ
ຍີ່ປຸ່ນ ແລະ ອັງກິດ ເຫັນດີເປັນເອກະສັນສະກັດກັ້ນ ສປປ ເກົາຫຼີ ຫຼີກລ້ຽງບັນດາຄຳສັ່ງລົງໂທດບົນທະເລ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ຄູ່ຕຳແໜ່ງ ອັງກິດ ທ່ານນາງ Theresa May 

ວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ຄູ່ຕຳແໜ່ງ ອັງກິດ ທ່ານນາງ Theresa May ໄດ້ເຫັນດີເປັນເອກະສັນສະກັດກັ້ນການສົ່ງຍ້າຍສິນຄ້າລະຫວ່າງບັນດາກ່ຳປັ່ນເພື່ອແນໃສ່ຫຼີກລ້ຽງບັນດາຄຳສັ່ງລົງໂທດກ່ຽວກັບດ້ານການຄ້າຂອງສະພາຄວາມໝັ້ນຄົງ ສປຊ ຕໍ່ກັບ ສປປ ເກົາຫຼີ. ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ Abe ກໍ່ຍົກອອກບັນດາທັດສະນະທີ່ຖືວ່າ ບໍ່ສາມາດດຳເນີນບັນດາການເຈລະຈາທີ່ “ມີຄວາມໝາຍ” ກັບ ພຽງຢາງ ແຕ່ກໍ່ບໍ່ມີເງື່ອນໄຂຕັດສິນກ່ຽວກັບການຫັນແຫຼມ ເກົາຫຼີ ປອດນິວເຄຼຍ. ການນຳຍີ່ປຸ່ນ ກໍ່ເນັ້ນໜັກເຖິງຄວາມຈຳເປັນຂອງການສືບຕໍ່ກໍ່ຄວາມກົດດັນສູງສຸດຕໍ່ພຽງຢາງ ເພື່ອແນໃສ່ບັງຄັບໃຫ້ປະເທດນີ້ປະລະໂຄງການພັດທະນາອາວຸດນິວເຄຼຍຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ