(vovworld) - ວັນທີ 25/02, ເປັນມື້ສຸດທ້າຍຂອງກອງປະຊຸມລັດຖະມົນຕີບັນດາປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືເຂດປາຊີຝີກ (TPP), ທີ່ຖືກຈັດຂຶ້ນຢູ່ສິງກະໂປ, ດ້ວຍບັນດາວາລະປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງແຮງງານ, ສິ່ງແວດລ້ອມ ແລະ ເຄື່ອງຕຳແຜ່ນຕັດຫຍິບ. ວັນທີ 24/02, ເປັນມື້ເຮັດວຽກທີ່ 3 ຂອງກອງປະຊຸມ, ບັນດາລັດຖະມົນຕີ ແລະ ເຈົ້າໜ້າທີ່ຂັ້ນສູງຂອງ 12 ປະເທດເຂົ້າຮ່ວມການເຈລະຈາ TPP ໄດ້ປຶກສາຫາລືເລື່ອງເປີດຕະຫຼາດສຳລັບສິນຄ້າ, ເຄື່ອງຕຳແຜ່ນຕັດຫຍິບ, ການລົງທຶນ, ການບໍລິການການເງິນ ແລະ ການຊື້ເຄື່ອວຂອງ ຂອງລັດຖະບານ. ຕາມທ່ານ ເຈີນກ໋ວກແຄ໋ງ, ຫົວໜ້າຄະນະເຈລະຈາ TPP ຂອງຫວຽດນາມ ແລ້ວ, ສິນຄ້າແມ່ນບັນຫາເຊິ່ງທຸກປະເທດເຂົ້າຮ່ວມການເຈລະຈາລ້ວນແຕ່ມີຄວາມສົນໃຈ ເພາະນັ້ນແມ່ນຜົນປະໂຫຍດທີ່ເຫັນໄດ້ ແລະ ເມື່ອການເຈລະຈາກ່ຽວກັບສິນຄ້າມີຄວາມກ້າວໜ້າຈຶ່ງສາມາດມີຂໍ້ຕົກລົງໃນບັນດາຂົງເຂດເຈລະຈາທີ່ຍັງເຫຼືອໄດ້. ແລະ ກໍ່ໃນມືເຮັດວຽກທີ 3, ບັນດານັກເຈລະຈາໄດ້ແລກປ່ຽນທັດສະນະກ່ຽວກັບແຫ່ຼງກຳເນີດ, ພາສີ ແລະ ຊັບສິນທາງປັນຍາ.
ຢູ່ນອກກອງປະຊຸມລັດຖະມົນຕີ, ໄດ້ຈັດບັນດາວາລະກອງປະຊຸມ 2 ຝ່າຍ ແລະ ວາລະປະຊຸມທີ່ວົງການນັກຂ່າວ ແລະ ບັນດານັກສັງເກດການມີຄວາມເອົາໃຈໃສ່ທີ່ສຸດນັ້ນແມ່ນ ວາລະປະຊຸມລະຫວ່າງຄະນະເຈລະຈາຍີ່ປຸ່ນ ແລະ ຄະນະເຈລະຈາອາເມລິກາ. ຍີ່ປຸ່ນ ແລະ ອາເມລິກາ ແມ່ນ 2 ພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນຈຳນວນ 12 ປະເທດທີ່ເຂົ້າຮ່ວມການເຈລະຈາ TPP, ແຕ່ວ່າ 2 ປະເທດຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບາງຂົງເຂດການຄ້າຕົ້ນຕໍ່ຄື: ອາເມລິກາ ຢາກປົກປ້ອງຕະຫຼາດລົດໂອໂຕ ໃນຂະນະທີ່ ຍີ່ປຸ່ນ ຢາກປົກປ້ອງຜະລິດຕະພັນກະເສດ.