ຍີ່​ປຸ່ນ​ ແລະ ອາ​ເມ​ລິ​ກາ ອອກ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ການ​ບໍ່ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ

(VOVWORLD) - ຖະແຫຼງການຮ່ວມກໍ່ຮຽກຮ້ອງໃຫ້ບັນດາປະເທດ ພ້ອມກັນມານະພະຍາຍາມຫຼຸດຜ່ອນບັນດາຄວາມສ່ຽງດ້ານນິວເຄຼຍ ແລະ ຍົກສູງລັກສະນະໂປ່ງໃສ ຂອງ ການຄວບຄຸມ ອາວຸດ.
ຍີ່​ປຸ່ນ​ ແລະ ອາ​ເມ​ລິ​ກາ ອອກ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ການ​ບໍ່ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ - ảnh 1ເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ: KCNA)

ຕອນເຊົ້າວັນທີ 31 ມັງກອນ, ຍີ່ປຸ່ນ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບຍົກອອກຖະແຫຼງການຮ່ວມກ່ຽວກັບສົນທິສັນຍາ ບໍ່ແຜ່ຂະຫຍາຍອາວຸດ ນິວເຄຼຍ (NPT), ພ້ອມກັນມານະພະຍາຍາມມຸ່ງໄປເຖິງເປົ້າໝາຍສະກັດກັ້ນການແຜ່ຂະຫຍາຍ ແລະ ລົບລ້າງອາວຸດນິວເຄຼຍໂດຍສົມບູນ. ຖະແຫຼງການໂດຍ ລັດຖະບານສອງປະເທດ ແບ່ງປັນຄວາມຮັບຮູ້ລວມ ກ່ຽວກັບລັກສະນະທີ່ຈຳເປັນຂອງການສະກັດກັ້ນ ສົງຄາມນິວເຄຼຍ, ປະກອບສ່ວນຮັບປະກັນໂລກປອດອາວຸດນິວເຄຼຍ. ສອງຝ່າຍກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ບັນດາໝາກຜົນທີ່ມີຄວາມໝາຍນີ້, ມານະພະຍາຍາມຈັດຕັ້ງກອງປະຊຸມຕີລາຄາລວມ ຄາດວ່າຈະດຳເນີນໃນເດືອນສິງຫາປີນີ້, ເຊິ່ງໄດ້ເລື່ອນເວລາ ຈັດຕັ້ງ ມາແລ້ວ ຍ້ອນຖືກຜົນສະທ້ອນ ຈາກໂລກລະບາດໂຄວິດ - 19 ໃນປີ 2021. ຖະແຫຼງການຮ່ວມກໍ່ຮຽກຮ້ອງໃຫ້ບັນດາປະເທດ ພ້ອມກັນມານະພະຍາຍາມຫຼຸດຜ່ອນບັນດາຄວາມສ່ຽງດ້ານນິວເຄຼຍ ແລະ ຍົກສູງລັກສະນະໂປ່ງໃສ ຂອງ ການຄວບຄຸມ ອາວຸດ.

ຕອບກັບ

ຂ່າວ/ບົດ​ອື່ນ