ຍີ່ປຸ່ນ ແລະ IOC ຕັດສິນໃຈຈັດຕັ້ງງານມະຫາກຳກິລາ Olympic ໃຫ້ສຳເລັດຢ່າງຈົບງາມ
(VOVWORLD) - ດ້ວຍການປະຕິບັດຄົບທຸກມາດຕະການປ້ອງກັນ, ຕ້ານໂລກລະບາດ, ລັດຖະບານ ຍີ່ປຸ່ນ ຫວັງວ່າ ຈະຈັດຕັ້ງງານມະຫາກຳກິລາຢ່າງສຳເລັດຜົນ ແລະ ປອດໄພ.
ສະໜາມກິລາ ໂຕກຽວ (ພາບ:THX/TTXVN) |
ໃນການໂອ້ລົມສົນທະນາລະຫວ່າງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ທ່ານປະທານຄະນະກຳມະການ Olympic ສາກົນ (IOC) Thomas Bach ເຊິ່ງຖືກຈັດຂຶ້ນຢູ່ ໂຕກຽວ ໃນຕອນບ່າຍວັນທີ 14 ກໍລະກົດ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາເພື່ອແນໃສ່ຈັດຕັ້ງງານມະຫາກຳລິກາ Olympic Tokyo ແລະ Paralympic ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
ທ່ານ Thomas Bach ຖືວ່າ ນີ້ແມ່ນງານມະຫາກຳກິລາຄັ້ງປະຫວັດສາດ ແລະ ໜ້າເອກອ້າງທະນົງໃຈ ເຖິງວ່າບໍ່ໄດ້ຕ້ອນຮັບຊາວຕ່າງປະເທດມາຊົມມາເຊຍ ແຕ່ປະຊາຊົນນັບຮ້ອຍລ້ານຄົນໃນທົ່ວໂລກຈະຕິດຕາມເຫດການດັ່ງກ່າວ. ຈຳນວນຜູ້ທີ່ສົນໃຈເຖິງເຫດການນີ້ເປັນຈຳນວນຫຼາຍຄືແນວນັ້ນ ແມ່ນຍັງບໍ່ເຄີຍມີໃນປະຫວັດສາດ.
ທ່ານນາຍົກລັດຖະມົນຕີ Suga Yosihide ໃຫ້ຮູ້ວ່າ ດ້ວຍການປະຕິບັດຄົບທຸກມາດຕະການປ້ອງກັນ, ຕ້ານໂລກລະບາດ, ລັດຖະບານ ຍີ່ປຸ່ນ ຫວັງວ່າ ຈະຈັດຕັ້ງງານມະຫາກຳກິລາຢ່າງສຳເລັດຜົນ ແລະ ປອດໄພ.
ບຸ່ຍຮຸ່ງ - ນັກຂ່າວ VOV ປະຈຳ ຍີ່ປຸ່ນ