ຍ້ອງຍໍຊົມເຊີຍບັນດາແບບຢ່າງຊາວໜຸ່ມດີເດັ່ນໃນການປົກປັກຮັກສາສິ່ງແວດລ້ອມ

ຍ້ອງຍໍຊົມເຊີຍບັນດາແບບຢ່າງຊາວໜຸ່ມດີເດັ່ນໃນການປົກປັກຮັກສາສິ່ງແວດລ້ອມ - ảnh 1
ບັນ​ດາ​ແບບ​ຢ່າງ​ໄດ້​ຮັບ​ການ​ຍ້ອງຍ​ໍ​ທີ່​ພິ​ທີ
(ພາບ: qtv.vn)

(vovworld) - ຕອນ​ຄ່ຳ​ວັນ​ທີ 5/6, ຢ​ູ່​ນະ​ຄອ​ນ ຮ້າ​ລອງ, ແຂວງ ກວາງ​ນີງ, ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ສົມ​ທົບ​ກັບ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໄດ້​ຈັດ​ຕັ້ງ​ພິ​ທີ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ແບບ​ຢ່າງ​ຊາວ​ໜຸ່ມ​ດີ​ເດັ່ນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລ​ະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ກ່ອນ​ໜ້ານັ້ນ, ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ສົມ​ທົບ​ກັບ​ຄະ​ນະ​ຊາວ​ໜຸ່ມ​ແຂວງ ກວາງ​ນີງ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອ​ມ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ເວ​ທີ​ປາ​ໄສ​ຊາວ​ໜຸ່ມ​ກັບ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ວາງ​ສະ​ແດງ​ຮູບ​ຖ່າຍ​​ຊາວ​ໜຸ່ມ​ເຄື່ອນ​ໄຫວ​ເພື່ອ​ສິ່ງ​ແວດ​ລ້ອມ…


ຂ່າວ/ບົດ​ອື່ນ