ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ ແລະ ສ່ວນບຸກຄົນມີຜົນງານດີເດັ່ນໃນການເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງບັນດາຜົນງານໃນເບື້ອງຕົ້ນທີ່ໜ້າສົ່ງເສີມຂອງກຳລັງຮັກສາສັນຕິພາບສະຫະປະຊາຊາດ ຂຶ້ນກັບກະຊວງປ້ອງກັນປະເທດ, ໄດ້ປະຕິບັດສຳເລັດບັນດາໜ້າທີ່ເຊິ່ງສະຫະປະຊາຊາດ ແລະ ຫວຽດນາມ ມອບໝາຍໃຫ້.
ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ ແລະ ສ່ວນບຸກຄົນມີຜົນງານດີເດັ່ນໃນການເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ຕາງໜ້າ
(ພາບ: TTXVN)

ຕອນບ່າຍວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ, ໄດ້ເຂົ້າຮ່ວມພິທີຍ້ອງຍໍຊົມເຊີຍບັນດາໝູ່ຄະນະ ແລະ ສ່ວນບຸກຄົນມີຜົນງານດີເດັ່ນໃນການເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ.

        ທີ່ພິທີຍ້ອງຍໍຊົມເຊີຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງບັນດາຜົນງານໃນເບື້ອງຕົ້ນທີ່ໜ້າສົ່ງເສີມຂອງກຳລັງຮັກສາສັນຕິພາບສະຫະປະຊາຊາດ ຂຶ້ນກັບກະຊວງປ້ອງກັນປະເທດ, ໄດ້ປະຕິບັດສຳເລັດບັນດາໜ້າທີ່ເຊິ່ງສະຫະປະຊາຊາດ ແລະ ຫວຽດນາມ ມອບໝາຍໃຫ້. ສະຫະປະຊາຊາດໄດ້ສົ່ງຈົດໝາຍຂອບໃຈ ຫວຽດນາມ ເປັນຫຼາຍຄັ້ງ ຍ້ອນມີການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ. ຍົກອອກບັນດາບັນຫາສັບສົນນັບທັງຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະ ຄວາມໝັ້ນຄົງແບບໃໝ່ ໃນປະຈຸບັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ສະເໜີວ່າ:

        “ຍົກສູງປະສິດທິຜົນການເຄື່ອນໄຫວຂອງກຳລັງເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ຂອງກອງທັບປະຊາຊົນຫວຽດນາມ ຢູ່ບັນດາຄະນະປະຕິບັດງານ, ຕອບສະໜອງຄວາມຮຽກຮ້ອງໜ້າທີ່, ລະດັບຄວາມຮູ້, ວິຊາສະເພາະ ແລະ ຮັບປະກັນຄວາມປອດໄພໃນທຸກດ້ານໃຫ້ແກ່ພະນັກງານ, ນັກຮົບຂອງຫວຽດນາມ. ເພີ່ມທະວີວຽກງານຄົ້ນຄວ້າ, ທາບທາມຄວາມເຫັນຍຸດທະສາດ, ເປີດກວ້າງກຳລັງ, ທີ່ຕັ້ງເຂົ້າຮ່ວມ ແລະ ບັນດາບໍລິເວນຄະນະປະຕິບັດງານຂອງ ຫວຽດນາມ ມີທ່າແຮງເທື່ອລະກ້າວ. ວິວັດການເຄື່ອນໄຫວຕ້ອງສະແດງໃຫ້ເຫັນຄວາມຕັ້ງໜ້າ, ເປັນເຈົ້າການ, ແຕ່ຕ້ອງລະມັດລະວັງ, ໝັ້ນຄົງ ແລະ ປົກປັກຮັກສິດເອກະລາດບັນຊາກຳລັງຂອງກອງທັບປະຊາຊົນ ຫວຽດນາມ ເມື່ອເຂົ້າຮ່ວມຄະນະປະຕິບັດງານ”.

ຕອບກັບ

ຂ່າວ/ບົດ​ອື່ນ