ຍ້ອງຍໍບັນດາຄູສອນນັກທຸລະກິດດີເດັ່ນປີ 2014

ຍ້ອງຍໍບັນດາຄູສອນນັກທຸລະກິດດີເດັ່ນປີ 2014 - ảnh 1
(ຍ້ອງຍໍ​ບັນດາ​ຄູສອນ​ - ນັກ​ທຸລະ​ກິດ​ດີ​ເດັ່ນ​ປີ 2014)

(vovworld) – ຕອນ​ຄໍ່າ​ວັນ​ທີ 14/12, ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ, ປະຕູ​ຖານ​ຂໍ້​ມູນ ​ແທ໋ງຢ໋ອງ ສົມທົບ​ກັບ​ໜ່ວຍ​ປະສົມ​ເຕັກ​ໂນ​ໂລ​ຊີ​ການ​ສຶກສາ TOPICA ຈັດ​ຕັ້ງ​ການ​ຍ້ອງຍໍ​ຄູ​ສອນ​-ນັກ​ທຸລະ​ກິດ​ດີ​ເດັ່ນ​ປີ 2014, 30 ຄົນ. ທີ່​ລາຍການ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ສູນ​ກາງສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ຍ້ອງຍໍຄູ​ສອນ - ນັກ​​ທຸລະ​ກິດ​ດີ​ເດັ່ນ 30 ຄົນ, ​ໃນ​ນັ້ນ​ມີ 5 ລາງວັນ​ອຸທິດ​ສ່ວນ ​ສະຫງວນ​ໃຫ້​ບັນດາ​ນັກ​​ທຸລະ​ກິດ ທີ່​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ ​ໃນ​ການ​ພ້ອມ​ກັບ​ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ. ນີ້​ແມ່ນ​ບັນດາ​ນັກທຸລະກິດ​ໄດ້ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ສອນ​ໃນ​ໂຄງການ “​ໃຫ້​ຄຳປຶກສາ,ໜູນ​ນຊ່ວຍ​ຊາວ​ໜຸ່ມ​ເລີ່​ມ​ດຳ​ເນີນ​ທຸລະ​ກິດ ​ແລະ ກໍ່ຮ່າງ​ສ້າງ​ຕົວ” ​ແລະ ​ໂຄງການ “1000 ນັກທຸລະກິດ​ຖອດ​ຖອນ​ບົດຮຽນ​ໃຫ້​ຊາວ​ໜຸ່ມ​ຜ່ານ Elearning”.

ຂ່າວ/ບົດ​ອື່ນ