ຍ້ອງຍໍສັນລະເສີນ ບຸກຄົນດີເດັ່ນໃນການຂົນຂວາຍປະຊາຊົນກ່ວາ 200 ຄົນໃນທົ່ວປະເທດ
(VOVWORLD) -ເພື່ອສະເຫຼີມສະຫຼອງ 90 ປີແຫ່ງວັນມູນເຊື້ອປະຕິບັດການຂົນຂວາຍປະຊາຊົນຂອງ ພັກ (15 ຕຸລາ 1930 – 15 ຕຸລາ 2020), ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ຈັດຕັ້ງການພົບປະ ແລະ ຍ້ອງຍໍສັນລະເສີນ ບຸກຄົນດີເດັ່ນໃນການຂົນຂວາຍປະຊາຊົນກ່ວາ 200 ຄົນໃນທົ່ວປະເທດ.
ນາຍົກລັດຖະມົນຕີ ຫງວຽນຊວັນຟຸກມອບໃບຍ້ອງຍໍໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນໃນວຽກງານຂົນຂວາຍປະຊາຊົນ (ພາບ: VGP) |
ໂດຍມີການເຂົ້າຮ່ວມຂອງ ທ່ານ ເຈີ່ນກວ໊ກເວື້ອງ ຜູ້ປະຈຳການຄະນະເລຂາ, ທ່ານນາງຕ່ອງທິຟ໊ອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ຫວໍວັດເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.
ທີ່ພີທີ, ທ່ານ ເຈີ່ນກ໊ວກເວື້ອງ ໄດ້ມອບໃບຍ້ອງຍໍຂອງຄະນະຂົນຂວາຍປະຊາຊົນສູນກາງໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ຜົນງານດີເດັ່ນໃນຂະບວນການແຂ່ງຂັນ “ຂົນຂວາຍປະຊາຊົນ” ໄລຍະ 2016 – 2020.
ທ່ານເຈີ່ນກ໊ວກເວື້ອງ ໄດ້ເນັ້ນໜັກວ່າ ຕ້ອງຍົກສູງບົດບາດ, ສະຕິ ຄວາມຮັບຜິດຊອບຂອງທົ່ວລະບົບການເມືອງໃນວຽກງານຂົນຂວາຍປະຊາຊົນ, ດ້ວຍຈິດໃຈຕ້ອງ “ໄວ້ວາງໃຈຕໍ່ປະຊາຊົນ, ເຄົາລົບນັບຖືປະຊາຊົນ, ໃກ້ຊິດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ປະຊາຊົນ, ອີງໃສ່ປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຊົນ”. ປ່ຽນແປງໃໝ່ການເຄື່ອນໄຫວຂົນຂວາຍປະຊາຊົນຕາມທິດແທດຈິງ, ປະກອບສ່ວນເຂົ້າການຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ຢ່າງບໍ່ຢຸດຢັ້ງ.
ແລະກໍ່ໃນຕອນບ່າຍວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ພົບປະກັບບຸກຄົນທີ່ດີເດັ່ນໃນການຂົນຂວາຍປະຊາຊົນກ່ວາ 200 ຄົນ ໄລຍະ 2017 – 2020.