ຍ້ອງຍໍ 116 ແບບຢ່າງດີເດັ່ນ “ຂົນຂວາຍປະຊາຊົນຢ່າງມີໄຫວພິບ ”


    ຍ້ອງຍໍ 116 ແບບຢ່າງດີເດັ່ນ “ຂົນຂວາຍປະຊາຊົນຢ່າງມີໄຫວພິບ ” - ảnh 1
ວຽກ​ງານ ຂົນ​ຂວາຍ​ປະ​ຊາ​ຊົນ​ຂອງ​ອົງຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນໃນ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ

(vovworld)-  ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 85 ປີ ​ແຫ່ງວັນ​ມູນ​ເຊື້ອ​ວຽກ​ງານ​​ຂົນ​ຂວາຍ​ປະ​ຊາ​ຊົນ​ຂອງ​ພັກ ( 15/10/1930-15/10/2015 ), ໂດຍຄະນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນ ຈັດ​ຕັ້ງໃນ​​ຕອນ​ເຊົ້າວັນ​ທີ 4/10.  ມີ 29 ສ່ວນ​ບຸກ​ຄົນ​ໄດ້​ຮັບຫຼຽນ​ກາ​ທີ່​ລະ​ນຶກ “ເພື່ອ​ພາ​ລະ​ກິດ​ຂົນ​ຂວາຍ​ປະ​ຊາ​ຊົນ”, 98 ສ່ວນ​ບຸກ​ຄົນ, 18 ໝູ່​ຄະ​ນະ​ໄດ້​ຮັບ​ການ​ຍ້ອງ​ຍໍ​ເປັນ​ຕົວ​ແບບ “ຂົນ​ຂວາຍ​ປະ​ຊາ​ຊົນຢ່າງ​ມີ​ໄຫວ​ພິບ ” ໄລ​ຍະ 2011-2015. ວຽກ​ງານ ຂົນ​ຂວາຍ​ປະ​ຊາ​ຊົນ​ຂອງ​ອົງ ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມິນໃນ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ. ໃນ​ໄລ​ຍະ 2011-2015 ຢູ່​ຫວຽດ​ນາມໄດ້​ມີ 84.000 ສ່ວນ​ບຸກ​ຄົນ, 16.000 ກວ່າໝູ່​ຄະ​ນະ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເປັນຮູບ​ແບບ, ​ຕົວ​ແບບ “ຂົນ​ຂວາຍ​ປະ​ຊາ​ຊົນຢ່າງ​ມີ​ໄຫວ​ພິບ ”.

ຂ່າວ/ບົດ​ອື່ນ