ຍອດມູນຄ່າສົ່ງອອກນຳເຂົ້າສິນຄ້າຂອງຫວຽດນາມເພີ່ມຂຶ້ນເກືອບ 17 ເທົ່າພາຍຫຼັງໄລຍະ 19 ປີ

(VOVWORLD) -ຕາມກົມໃຫຍ່ພາສີແລ້ວ, ພາຍຫຼັງໄລຍະ 19 ປີ ນັບແຕ່ປີ 2001 ຮອດປີ 2019, ຍອດມູນຄ່າສົ່ງອອກນຳເຂົ້າສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 17 ເທົ່າ.

ລະອຽດແມ່ນ, ປີ 2001, ຍອດມູນຄ່າສົ່ງອອກນຳເຂົ້າຂອງຫວຽດນາມ ພຽງແຕ່ຢູ່ໃນລະດັບກວ່າ 30 ຕື້ USD ເທົ່ານັ້ນ. ໄລ່ຮອດກາງເດືອນທັນວາ 2019, ມູນຄ່ານຳເຂົ້າສົ່ງອອກຂອງຫວຽດນາມ ບັນລຸກວ່າ 500 ຕື້ USD. ປີ 2006, ຫວຽດນາມ ຢືນອັນດັບທີ 50 ໃນໂລກກ່ຽວກັບການສົ່ງອອກ ແລະ ຢືນອັນດັບທີ 44 ກ່ຽວກັບການນຳເຂົ້າ. ຮອດປີ 2018, ຫວຽດນາມ ຢືນອັນດັບທີ 26 ກ່ຽວກັບການສົ່ງອອກ ແລະ ຢືນອັນດັບທີ 23 ກ່ຽວກັບການນຳເຂົ້າ (ຕາມການຈັດອັນດັບຂອງ WTO), ແມ່ນສືບຕໍ່ນອນໃນກຸ່ມ 30 ປະເທດ, ເຂດແຄວ້ນທີ່ມີມູນຄ່າສົ່ງອອກນຳເຂົ້າສິນຄ້າຫຼາຍທີ່ສຸດໃນຂອບເຂດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ