ຍາດໄດ້ໄຊຊະນະຕໍ່ອິນໂດເນເຊຍ, ຫວຽດນາມ ເຂົ້າຮອບຊີງຊະນະເລີດ AFF Cup 2022
(VOVWORLD) - ໃນນາທີທີ 3, ທິມຊາດບານເຕະຫວຽນາມເຕະເຂົ້າ 1 ປະຕູ. ຫຼັງຈາກນັ້ນ, ຕົ້ນຕັງທີ 2 ທິມຊາດບານເຕະ ຫວຽດນາມ ເຕະເຂົ້າປະຕູທີ 2 ໃນນາທີທີ 47. ດ້ວຍໝາກຜົນ 2 - 0, ຫວຽດນາມ ໄດ້ເຂົ້າຮອບຊີງຊະນະເລີດ AFF Cup 2022.
ນັກເຕະຕຽນລິງ |
ຕອນຄ່ຳວັນທີ 9 ມັງກອນ, ຢູ່ສະໜາມກິລາ ແຫ່ງຊາດ ມີດິງ, ຮ່າໂນ້ຍ, ໄດ້ດຳເນີນນັດແຂ່ງຂັນບານເຕະຮອບຮອງຊະນະເລີດຂາກັບໃນການແຂ່ງຂັນບານເຕະ ອາຊີຕາເວັນອອກສ່ຽງໃຕ້ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. ເຂົ້າຊົມນັດແຂ່ງຂັນມີທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ.
ໃນນາທີທີ 3, ທິມຊາດບານເຕະຫວຽນາມເຕະເຂົ້າ 1 ປະຕູ. ຫຼັງຈາກນັ້ນ, ຕົ້ນຕັງທີ 2 ທິມຊາດບານເຕະ ຫວຽດນາມ ເຕະເຂົ້າປະຕູທີ 2 ໃນນາທີທີ 47. ດ້ວຍໝາກຜົນ 2 - 0, ຫວຽດນາມ ໄດ້ເຂົ້າຮອບຊີງຊະນະເລີດ AFF Cup 2022.
ຄູ່ແຂ່ງຂອງທິມຊາດບານເຕະ ຫວຽດນາມ ຈະໄດ້ກຳນົດໃນນັດແຂ່ງຂັນຮອບຮອງຊະນະເລີດທີ 2 ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 10 ມັງກອນ, ຢູ່ສະໜາມກິລາ ທຳມະສາດ, ນະຄອນ ຣັງສິດ, ແຂວງ ປະທຸມ ທານີ, ລະຫວ່າງທິມບານເຕະແຫ່ງຊາດ ໄທ ແລະ ທິມບານເຕະແຫ່ງຊາດ ມາເລເຊຍ.