ຍານອາວະກາດໂດຍສານເສດຖີ ອັງກິດ Richard Branson ບິນຂຶ້ນວົງໂຄຈອນ
(VOVWORLD) -ຍານອາວະກກາດ VSS Unity ໄດ້ໂດຍສານ ເສດຖີ Branson ພ້ອມດ້ວຍນັກບິນ 3 ທ່ານ ແລະ ຜູ້ໂດຍສານຕື່ມອີກ 3 ທ່ານ ອອກເດີນທາງຈາກ ລັດ New Mexico (ອາເມລິກາ) ໃນວັນທີ 10 ກໍລະກົດ ດ້ວຍຈຸດປະສົງແມ່ນຂຶ້ນສູ່ວົງໂຄຈອນ.
ຍານອາວະກາດ VSS Unity ຂຶ້ນສູ່ວົງໂຄຈອນ (ພາບ: Reuters) |
ບໍລິສັດ Virgin Galactic ຢັ້ງຢືນວ່າ ວັນທີ 11 ກໍລະກົດ, ຍານອາວະກາດ VSS Unity ໂດຍສານທ່ານ Richard Branson ເສດຖີອັງກິດ ໄດ້ຂຶ້ນສູ່ວົງໂຄຈອນ. ຕາມນັ້ນແລ້ວ, ຍານອາວະກກາດ VSS Unity ໄດ້ໂດຍສານ ເສດຖີ Branson ພ້ອມດ້ວຍນັກບິນ 3 ທ່ານ ແລະ ຜູ້ໂດຍສານຕື່ມອີກ 3 ທ່ານ ອອກເດີນທາງຈາກ ລັດ New Mexico (ອາເມລິກາ) ໃນວັນທີ 10 ກໍລະກົດ ດ້ວຍຈຸດປະສົງແມ່ນຂຶ້ນສູ່ວົງໂຄຈອນ. ການເດີນທາງຄັ້ງນີ້ ໄດ້ຮັບຄວາມຫວັງວ່າ ຈະເປີດທາງໃຫ້ແກ່ການພັດທະນາຂອງຂະແໜງທ່ອງທ່ຽວໂລກຈັກກະວານ.