ຍາມໃດສິດເສລີໃນການສະແດງທັດສະນະຂອງຊາວຫວຽດນາມກໍ່ໄດ້ຮັບການເຄົາລົບ
(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ)
(vovworld) – ວັນທີ 28/08, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງຫວຽດນາມຕໍ່ຂ່າວທີ່ວ່າຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດອາເມລິກາຫາກໍ່ສະແດງຄວາມວິຕົກກັງວົນຕໍ່ ຜົນຂອງການພິພາກສາ ບຸຍທິມິງຮັ່ງ ແລະ ບັນດາເປົ້າໝາຍທີ່ກ່ຽວຂ້ອງອື່ນ, ດ້ວຍໂທດກໍ່ຄວາມວຸ້ນວາຍຕໍ່ຄວາມເປັນລະບຽບຮຽບຮ້ອຍສາທາລະນະ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ ຢືນຢັນວ່າ.
“ຢູ່ຫວຽດນາມ ບັນດາສິດເສລີຂອງປະຊາຊົນ ໃນນັ້ນມີບັນດາສິດເສລີໃນການສະແດງທັດສະນະຂອງຕົນ ຍາມໃດກໍ່ໄດ້ຮັບຄວາມເຄົາລົບ. ຍາມໃດປະຊາຊົນກໍ່ໄດ້ປະຕິບັດບັນດາສິດຂອງຕົນຢ່າງຄົບຖ້ວນໃນຂອບເຂດກົດໝາຍ. ການພິພາກສາຄະດີອາຍາສຳລັບ ບຸຍທິມິງຮັ່ງ, ຫງວຽນທິທຸຍກວຽນ ແລະ ຫງວຽນວັນມິງ ດ້ວຍໂທດກໍ່ຄວາມວຸ້ນວາຍຕໍ່ຄວາມເປັນລະບຽບຮຽບຮ້ອຍສາທາລະນະ ແມ່ນໄດ້ດຳເນີນໄປຖືກຕາມຂັ້ນຕອນຂອງກົດໝາຍຫວຽດນາມ. ເລື່ອງນຳເອົາບັນດາຜູ້ຕ້ອງໂທດຂຶ້ນສານພິພາກສານັ້ນ ແມ່ນວຽກງານທີ່ຈຳເປັນ ເພື່ອແນໃສ່ຮັບປະກັນຄວາມສະຫງົບປອດໄພແຫ່ງຊາດ ແລະ ຊີວິດສະຫງົບສຸກຂອງປະຊາຊົນ”.