(vovworld) – ໃນຂອບເຂດກອງປະຊຸມຄັ້ງທີ 25 ຢູ່ເຊີແນວ, ປະເທດ ສະວິດ, ສະພາສິດທິມະນຸດ ສປຊ ເມື່ອວັນທີ 24/3, ໄດ້ຈັດຕັ້ງວາລະປຶກສາຫາລືກ່ຽວກັບການປະຕິບັດຖະແຫຼງການ ວຽນ 1993 ແລະ ໂຄງການເຄື່ອນໄຫວກ່ຽວກັບການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ. ໃນບົດປະກອບຄຳເຫັນຂອງຕົນ, ຜູ້ຕາງໜ້າຂອງ ຫວຽດນາມຢືນຢັນວ່າ: ຢູ່ ຫວຽດນາມ, ທຸກຄົນລ້ວນແຕ່ມີຄວາມສະເໜີພາບ ແລະ ລັດຍາມໃດກໍ່ມານະພະຍາຍາມຊຸກຍູ້, ຮັບປະກັນການປະຕິບັດບັນດາສິດທິມະນຸດ, ບໍ່ຈຳແນກເຜົ່າພັນ, ສາສະໜາ... ກ່ຽວຂ້ອງເຖິງບັນຫາຜູ້ທີ່ຮັກຮ່ວມເພດດຽວ ແລະ ປ່ຽນເພດ (LGBT), ຜູ້ຕາງໜ້າຫວຽດນາມ ແບ່ງປັນບັນດາຄຳເຫັນໂດຍຖືວ່າ ກຸ່ມເປົ້າໝາຍນີ້ຄວນໄດ້ຮັບຄວາມເອົາໃຈໃສ່, ແບ່ງປັນ ແລະ ໜູນຊ່ວຍ, ເອົາໃຈໃສາຕອບສະໜອງບັນດາຄວາມມຸ່ງມາດປາດຖະໜາອັນຊອບທຳຂອງເຂົາເຈົ້າ ເພື່ອເຂົ້າຮ່ວມສະເໝີພາບ, ປະກອບສ່ວນ ແລະ ເຊື່ອມຕົວເຂົ້າກັບວົງຄະນະຍາດ.
ບົດປະກອບຄຳເຫັນຂອງ ຫວຽດນາມ ນອນໃນຂອບເຂດບັນດາວະລະປຶກສາຫາລືກ່ຽວກັບຖະແຫຼງການ ແລະ ໂຄງການເຄື່ອນໄຫວ ວຽນ ກ່ຽວກັບສິດທິມະນຸດທີ່ບັນດາປະເທດສະມາຊິກ ສປຊ ເຫັນດີເຫັນພ້ອມຮັບຮອງເອົາແຕ່ປີ 1993. ເນື້ອໃນຕົ້ນຕໍ່ຂອງຖະແຫຼງການ ແລະ ໂຄງການເຄື່ອນໄຫວ ວຽນ ແມ່ນຢືນຢັນລັກສະນະທົ່ວໄປຂອງສິດທິມະນຸດສຳລັບທຸກຄົນ, ການໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງບັນດາສິດທິມະນຸດ ແລະ ສາຍພົວພັນລະຫວ່າງສິດທິມະນຸດກັບປະຊາທິປະໄຕ ແລະ ການພັດທະນາ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສົມທົບກັນປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດ.