ທ່ານນາຍົກລັດຖະມົຕີ ຫງວຽນເຕີນຢຸງ
ຕ້ອນຮັບທ່ານນາງ Victoria Kwakwa, ຜູ້ອຳນວຍການ WB
(ພາບ: chinhphu.vn)
(vovworld) - ຕອນບ່າຍວັນທີ 28 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານນາງ Victoria Kwakwa, ຜູ້ອຳນວຍການໃຫຍ່ທະນາຄານໂລກ (WB) ປະຈຳຫວຽດນາມ, ເພື່ອແລກປ່ຽນບັນດາມາດຕະການປ່ອຍເງິນແຫຼ່ງທຶນຂອງ WB ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຊິ່ງໄດ້ຕີລາຄາສູງການປະກອບສ່ວນຂອງທ່ານນາງ Victoria Kwakwa ໃນໄລຍະຜ່ານມາ, ໄດ້ພ້ອມກັບຫວຽດນາມ ຕັ້ງໜ້າຂົນຂວາຍ WB ແລະ ບັນດານັກອຸປະຖຳສືບຕໍ່ຮັກສາແຫຼ່ງທຶນໃຫ້ບຸລິມະສິດແກ່ຫວຽດນາມ, ໂດຍສະເພາະແມ່ນແຫຼ່ງທຶນເພື່ອພັດທະນາພື້ນຖານໂຄງລ່າງ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ... ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຫວຽດນາມ ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກໍ່ຕີລາຄາສູງເລື່ອງ WB ໄດ້ເຫັນດີຈັດ ຫວຽດນາມ ເຂົ້າບັນຊີລາຍຊື່ບັນດາປະເທດສືບຕໍ່ຮັກສາແຫຼ່ງທຶນກູ້ຢືມບຸລິມະສິດໃນກອງປະຊຸມ IDA 17 ຈະມາເຖິງ, ເພື່ອແນໃສ່ໜູນຊ່ວຍຫວຽດນາມ ໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີໃຫ້ 2 ຝ່າຍເປັນເອກະພາບມາດຖານຖານ, ຈາກນັ້ນຄັດເລືອກບັນດາໂຄງການທີ່ສາມາດປະຕິບັດໄດ້ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາພື້ນຖານໂຄງລ່າງ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ... ສ່ວນທ່ານນາງ Victoria Kwakwa ຢືນຢັນວ່າ ຢາມໃດ WB ກໍ່ຮ່ວມມືກັນຫວຽດນາມ ໃນວິວັດການພັດທະນາເສດຖະກິດ, ສັງຄົມ ກໍ່ຄືວິວັດການປະຕິຮູບພື້ນຖານເສດຖະກິດ, ໂດຍສະເພາະແມ່ນສ້າງກົນໄກກວດກາ, ສຸມໃສ່ແກ້ໄຂໜີ້ເສຍຂອງລະບົບທະນາຄານ.