ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າຂົງເຂດກະສິກຳຢູ່ເຂດທົ່ງພຽງແມ່ນຳ້ຂອງ
ພາບປະກອບ
(vovworld) – ຕາມບັນດານັກຊ່ຽວຊານໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານແລ້ວ, ປະຈຸບັນ, ຢູ່ ຫວຽດນາມ ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ພວມຢື່ນຢູ່ນອກຂົງເຂດຜະລິດກະສິກຳ. ສ່ວນສະຫະສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ, ຂະແໜງກະສິກຳ ຫວຽດນາມ ມີສະມັດຕະພາບແຮງງານຍັງຕຳ່ກ່ວາຂອງລາວ ແລະ ກຳປູເຈຍ ແລະ ພຽງມີການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຈຶ່ງແກ້ໄຂບັນຫານີ້ໄດ້. ຢູ່ເຂດທົ່ງພຽງແມ່ນຳ້ຂອງ, ເສດຖະກິດກະສິກຳໄດ້ຮັບຖືວ່າເປັນແກ່ນສານ, ແຕ່ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານບໍ່ທັນໄດ້ຮັບຄວາມເອົາໃຈໃສ່ລົງທຶນເຂົ້າຂົງເຂດນີ້. ເພື່ອກຳນົດໄດ້ທ່າອ່ຽງພັດທະນາ ແລະ ຄວາມຕ້ອງການລົງທຶນເຂົ້າຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ, ພ້ອມທັງເພີ່ມທະວີການຊຸກຍູ້ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການພັດທະນາຂະແໜງກະສິກຳ, ທີ່ກອງປະຊຸມສຳມະນາ “ແງ່ຫວັງຂອງຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານເຂດທົ່ງພຽງແມ່ນຳ້ຂອງໃນທ່າອ່ຽງພັດທະນາໃໝ່” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສາຂາຢູ່ນະຄອນ ເກີນເທີ ຫາກໍ່ຈັດຕັ້ງ, ນັກຊ່ຽວຊານຫຼາຍທ່ານຖືວ່າ, ຄວນກໍ່ສ້າງໃຫ້ເຂດທົ່ງພຽງແມ່ນຳ້ຂອງ ມີພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານຢ່າງໜັກແໜ້ນ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີຂໍ້ມູນຂ່າວສານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງເຂດ.