ທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ ຫວຽດນາມ
photo:vietnamplus.vn
|
(vovworld)- ທີ່ກອງປະຊຸມຜັນຂະຫຍາຍໂຄງການສ້າງກົດໝາຍ, ລັດຖະບັນຍັດຂອງສະພາແຫ່ງຊາດໃນຊຸມເດືອນທ້າຍປີ 2014 ແລະ ປີ 2015 ຊື່ງດຳເນີນໄປໃນຕອນເຊົ້າວັນທີ 10/7, ທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນຫນັກວ່າ: ການປັບປຸງ, ເພີ່ມເຕີມບາງຮ່າງກົດໝາຍກ່ຽວກັບການຈັດຕັ້ງກົງຈັກລັດແມ່ນວຽກງານທີ່ສຳຄັນ, ກ່ຽວຂ້ອງເຖິງບັນດາຂະແຫນງ, ທຸກຂັ້ນ, ຄວນກະກຽມຢ່າງຕັ້ງຫນ້າ, ສົມທົບຢ່າງແຫນ້ນແຟ້ນເພື່ອຫັນລັດຖະທຳມະນູນເປັນລະອຽດ. ສຳລັບບັນດາຮ່າງກົດໝາຍອື່ນ, ບັນດາອົງການຈັດຕັ້ງສືບຕໍ່ປັບປຸ່ງ, ປ່ຽນໃຫມ່ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ຮັບປະກັນການປະຕິບັດໂຄງການສ້າງກົດໝາຍ, ລັດຖະບັນຍັດຂອງສະພາແຫ່ງຊາດຢ່າງຖືກຕ້ອງ.