ຍູ້ແຮງການພົວພັນຮ່ວມມືຫຼາຍຝ່າຍໃນການຄຸ້ມຄອງ, ນຳໃຊ້ຊັບພະຍາກອນນ້ຳແມ່ຂອງ
ຕອນໜຶ່ງຂອງແມ່ນ້ຳຂອງ
|
(vovworld) - ຍູ້ແຮງການພົວພັນຮ່ວມມືຫຼາຍຝ່າຍໃນການຄຸ້ມຄອງ, ນຳໃຊ້ຊັບພະຍາກອນນ້ຳແມ່ຂອງ. ນີ້ແມ່ນຄວາມມານະພະຍາຍາມຂອງຫ້ອງການປະຈຳກຳມາທິການແມ່ນ້ຳຂອງ ຫວຽດນາມໃນປີ 2016, ຜ່ານນັ້ນເປັນເສນາທິການຢ່າງທັນການ ແລະ ຊັດເຈນໃນບັນດາການເຄື່ອນໄຫວຮ່ວມມືກັບບັນດາປະເທດໃນເຂດລຸ່ມແມ່ນໍ້າ, ເປັນຕົ້ນແມ່ນເພີ່ມທະວີການຕິດຕາມກວດກາສະພາບການພັດທະນາຍ່ານເໜືອແມ່ນໍ້າຂອງ. ທ່ານ ເລດຶກຈຸງ ຫົວໜ້າຫ້ອງການປະຈຳກຳມາທິການແມ່ນໍ້າຂອງຫວຽດນາມ ໃຫ້ຮູ້ວ່າ: ໃນປີ 2017, ຫ້ອງການແມ່ນໍ້າຂອງປະຈໍາຫວຽດນາມ ຈະສືບຕໍ່ບູລະນະກົງຈັກການຈັດຕັ້ງ, ເອົາໃຈໃສ່ເປັນພິເສດເຖິງວຽກງານບໍາລຸງສ້າງພະນັກງານໜຸ່ມ;ຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍກັບບັນດາປະເທດທີ່ຂຶ້ນກັບເຂດລຸ່ມແມ່ນໍ້າຂອງ, ເພື່ອເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານໃນການນໍາໃຊ້ຊັບພະຍາກອນນ້ຳຢູ່ແມ່ນໍ້າລຳນີ້ໃຫ້ຍືນຍົງ. ພ້ອມທັງດຳເນີນບັນດາການເຄື່ອນໄຫວປະສານສົມທົບ, ພ້ອມກັບກະທຳ ແລະ ແບ່ງປັນຂໍ້ມູນຂ່າວສານລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ກັບບັນດາປະເທດໃນກຳມາທິການ; ເພີ່ມທະວີການເຄື່ອນໄຫວສຳຫຼວດ, ຕິດຕາມກວດກາຊັບພະຍາກອນນໍ້າ ແມ່ນ້ຳຂອງ; ຍູ້ໄວຄວາມຄືບໜ້າໃນການປະຕິບັດບາງໂຄງການ.